ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຢື້ຢາມຖາມຂ່າວປະຊາຊົນຖືກຜົນສະທ້ອນຈາກຝົນຕົກນ້ຳແກ່ງ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຢື້ຢາມຖາມຂ່າວປະຊາຊົນຖືກຜົນສະທ້ອນຈາກຝົນຕົກນ້ຳແກ່ງ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ດັ້ງ​ທິຫງອກ​ທິ້ງ
ປຸກລະດົມ​ກຳລັງ​ໃຈ ​ແລະ ມອບ​ເງິນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ)


(vovworld) - ​ຕອນ​ບ່າຍວັນ​ທີ 21/12, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ດັ້ງ​ທິຫງອກ​ທິ້ງ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ປຸກລະດົມ​ກຳລັງ​ໃຈ ​ແລະ ມອບ​ເງິນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ທີ່ຖືກ​ເສຍ​ຫາຍ​ຍ້ອນ​ຝົນຕົກ, ນ​້​ຳ​ແກ່ງ​ໃນ​ໄລ​ຍະ​ຜ່ານມາ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ແຄ໋ງຮ່ວາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ດັ້ງ​ທິຫງອກ​ທິ້ງ ​ໄດ້​ຍ້ອງຍໍ​ແຂວງ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ສະພາບ​ຝົນຕົກ, ນ້ຳ​ແກ່ງ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຍ້ອນ​ຝົນຕົກ, ນ້ຳ​ແກ່ງ; ທ່ານ​ນາງ​ກໍ່​​ໃສ່​ໃຈ​ທ້ອງ​ຖິ່ນ ຕ້ອງ​ສຸມ​ໃສ່​ໜູນ​ຊ່ວຍ​ປະຊາຊົນ​ຟື້ນ​ຟູ​ການ​ຜະລິດ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​​ເປັນ​ເປັນ​ປົກກະ​ຕິ​ໂດຍ​ໄວ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ດັ້ງ​ທິຫງອກ​ທິ້ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັ​ນ 100 ພູດ ​ໃຫ້​ປະຊາຊົນ​ເຂດ​ຖືກ​ນ້ຳ​ຖ້ວມຢູ່ ຕາ​ແສງ ອານ​ຮຽບ, ​ເມືອງ ຕຸຍ​ອານ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟຸ໋ອຽນ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟຸ໋ອຽນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດສະ​ເໜີ​ໃຫ້​ແຂວງຟຸ໋ອຽນ ຕ້ອງ​ສຸມ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ວັດຖຸ​ໃຫ້​ປະຊາຊົນ; ສ້າງ​ເງື່ອນ​ໄຂ​ເພື່ອໜູນຊ່ວຍ​ປະຊາຊົນ​ທຳ​ການ​ຜະລິດ​ຄືນ​ໃໝ່ພາຍຫຼັງ​ຖືກ​ນ້ຳ​ແກ​່ງ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ