ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງເຮັດວຽກຢູ່ຫາຍເຢືອງ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງເຮັດວຽກຢູ່ຫາຍເຢືອງ - ảnh 1
ພິ​ທີຕັດ​ແຖບ​ຜ້າ​ກໍ່​ສ້າງ​ສຳ​ເລັດ​ກິດ​ຈະ​ກຳ ກືວ​ເຟີມ​ລຽນ​ຮ​ວາ
(ພາບ: baotainguyenmoitruong.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/02, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່ ກົນ​ເຊີນ - ກ໋ຽບ​ບາກ 2017 ແລະ ຕັດ​ແຖບ​ຜ້າ​ກໍ່​ສ້າງ​ສຳ​ເລັດ​ກິດ​ຈະ​ກຳ ກືວ​ເຟີມ​ລຽນ​ຮ​ວາ, ໃນເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ ກົນ​ເຊີນ - ກ໋ຽບ​ບາກ, ເມືອງ ຈິ໋​ລິງ, ແຂວງ ຫາຍ​ເຢືອງ.

        ທີ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເ​ສດ​ແຫ່ງ​ຊາດ ກົນ​ເຊີນ - ກ໋ຽບ​ບາກ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຫາຍ​ເຢືອງ. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັ​ງ​ຄົມ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໃສ່​ໃຈ​ແຂວ​ງ​ຫາຍ​ເຢືອງ ຄວນ​ສຸ​ມ​ໃສ່​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປີ 2017. ທາງ​ແຂວງ​ຕ້ອງເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ໂດຍ​ສະ​ເພາ​​ະ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​​ໃຫ້​ຫຼາຍກວ່າ​ອີກ ແລະ ແຂວງ​ຫາຍ​ເຢ​ືອງ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ບັນ​ດາ​ງານ​ບຸນກວ່າ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍໃຫ້​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ບຸນ.

ຂ່າວ/ບົດ​ອື່ນ