ທ່ານນາງຮອງປະທານປະເທດຕ້ອນຮັບການນຳ Mauritius, Tunisia, Haiti

ທ່ານນາງຮອງປະທານປະເທດຕ້ອນຮັບການນຳ Mauritius, Tunisia, Haiti - ảnh 1

ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ຕ້ອນຮັບທ່ານ Medli Jomaa,
ນາຍົກລັດຖະມົນຕີ Tunisia.

(vovworld) - ວັນ​ທີ 28/11, ​ເນື່ອງ​ໃນ​ໂອກາດ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ​​ໃຊ້ພາສາ​ຝລັ່ງຄັ້ງ​ທີ 5 ຢູ່​ນະຄອນຫຼວງ Dakar ຂອງ Senegan, ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ Mauritius Rajkesmur Purryag, ນາຍົກລັດຖະມົນຕີຊົ່ວຄາວ Tunisia  Medhi Jomaa ​ແລະ ທ່ານ​ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ Haiti Duly Brutus. ​​ເມື່ອແລກປ່ຽນກັບທ່ານປະທານາທິບໍດີ Mauritius, ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ຢືນຢັນ​ວ່າ, ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ກັບ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ, ​ໃນ​ນັ້ນ​ມີ Mauritius; ສະ​ເໜີສອງ​ປະ​ເທດ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ສ້າງ​ພື້ນຖານ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ. ທີ່​ການ​ພົບ​ປະ​ກັບ​ຜູ້ນຳ​ລັດຖະບານ Tunisia, ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ສະ​ເໜີ​ສອງ​ປະ​ເທດ​​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ນັກທຸລະກິດ, ຊຸກຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ສະ​ເໜີ​ Tunisia ຮັບຮອງຫວຽດນາມ​ແມ່ນ​ປະ​ເທດ​ທີ່ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ແລະ ສະ​ເໜີ​ສອງ​ປະ​ເທດ​ຊຸກຍູ້​ການຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ຫວຽດນາມ - Tunisia ຄັ້ງ​ທີ 3 ​ໃນ​ປີ 2015. ​ໃນ​ການ​ຕ້ອນຮັບ ທ່ານ​ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ Haiti, ທ່ານ​ນາງຮອງປະທານ​ປະ​ເທດສະ​ເໜີ Haiti ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ. ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ໄປ​ຢ້ຽມຢາມ​ບ້ານ​ໃຊ້​ພາສາ​ຝລັ່ງ ​ແລະ ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ, ພ້ອມ​ກັບ​ຮ້ານ​ວາງສະ​ແດງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຕາມ​ຫົວ​ຂໍ້ “​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ​ແລະ ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ແບບ“.

ຂ່າວ/ບົດ​ອື່ນ