ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

(VOVWORLD) -   ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ຫວຽດນາມ, ຕອນບ່າຍວັນທີ 29 ເມສາ, ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ.ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເປັນຫົວໜ້າຄະນະ, ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຢາງ.  
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ - ảnh 1ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນມອບຂອງຂວັນໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ແຂວງ ຮ່າຢາງ ແລະ ບາງແຂວງຂອງ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກນຳກັນເປັນປົກກະຕິ. ທ່ານເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງ ປານີ ຢາທໍ່ຕູ້ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນມິດຕະພາບລະຫວ່າງ ລາວ ແລະ ຫວຽດນາມ; ການເຄື່ອນໄຫວຂອງຄະນະຢູ່ແຂວງ ຮ່າຢາງ ຄັ້ງນີ້ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.  ສ່ວນທ່ານນາງ ປານີ ຢາທໍ່ຕູ້ ກໍສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ແຂວງ ຮ່າຢາງ ທີ່ບັນລຸໄດ້ໃນຊຸມປີຜ່ານມາ. ນີ້ຈະເປັນບົດຮຽນເພື່ອໃຫ້ ລາວໄດ້ສຶກສາຄົ້ນຄວ້າ, ໝູນໃຊ້ເຂົ້າໃນສະພາບຕົວຈິງຂອງປະເທດຊາດເສີມສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຕະຫຼອດການ.


ຕອບກັບ

ຂ່າວ/ບົດ​ອື່ນ