ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດ-ສິ່ງແວດລ້ອມ

ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດ-ສິ່ງແວດລ້ອມ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕ້ອນຮັບ​
ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວິທະຍາສາດ
(ພາບປະກອບ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 24/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວິທະຍາສາດດ້ວຍ​ຫົວ​ຂໍ້​ວ່າ: ​ເສດຖະກິດ-​ສິ່ງ​ແວ​ດລ້ອມ​ໃນ​ວິ​ໄສ​ທັດ ຍຸກສະ​ໄໝ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວາ​ມ ຊີ້​ແຈ້ງວ່າ: ຫວຽດນາມ ​ໄດ້​ເຂົ້າ​ຮ່ວມສົນທິສັນຍາ​ສະຫະ​ປະຊາ​ຊາດຫຼາຍ​ສະບັບ ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​. ​ແຕ່​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ພຽງ​ແຕ່​ເອົາ​ໃຈ​ໃສ່​​ເຖິງ​ການພັດທະນາ​​ເສດຖະກິດ “ສີ​ໝາກກະ​ເບົາ’’, ​ເອົາ​ໃຈ​ໃສ່​ເຖິງ​ການ​ເຕີບ​ໂຕ, ບໍ່​​ເອົາ​ໃຈ​ໃສ່​ຫຼາຍເຖິງ​ສິ່ງ​ແວດ​ລ້ອມ. ​ເພາະສະ​ນັ້ນ​, ການ​ພັດທະນາ​ເສດຖະກິດ​ຂຽວ​ແມ່ນ​ບາດກ້າວ​ທີ່​ຈຳ​ເປັນ​, ​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ພັກ, ລັດ, ​ໃນ​ສະ​ໄໝ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຄື​ປະຈຸ​ບັນ. ​ເນັ້ນ​ໜັກ​ວ່າ​ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດຈະ​ຕັດສິນ​ເຖິງ​ການ​ຊົມ​ໃຊ້ “ຂຽວ” ຂອງ​ປະຊາຊົນ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ, ນັກວິທະຍາສາດ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຄົ້ນ​ຄ້ວາ, ສ້າງ​ເຕັກ​ໂນ​ໂລ​ຢີຜະລິດ​ທີ່​ກ້າວໜ້າ, ຮູບ​ແບບ​ຄຸ້ມ​ຄອງ​ປະຢັດ​ເຊື້ອ​ເພິ​ງ, ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ຮັບປະກັນ​ໃຫ້​ສຸ​ຂະ​ພາບ​ຂອງ​ປະຊາຊົນ, ​ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ​ເພື່ອ​ກາຍ​ເປັນ​ວິ​ສາ​ຫະກິດ​ຂຽວ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ