ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນແມ່ຍິງ ເມືອງເມລີງ

ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນແມ່ຍິງ ເມືອງເມລີງ - ảnh 1
(ທ່ານນາງຮອງປະທານປະເທດ ຫງວຽນທິຢວານ)

(vovworld)-ພ້ອມກັບຂະບວນການແມ່ຍິງທົ່ວປະເທດ,ໄລຍະຜ່ານມາ, ສະຫະພັນແມ່ຍິງ ເມືອງເມລີງໄດ້ໂຄສະນາ,ຂົນຂວາຍ,ຕັ້ງໜ້າເຂົ້າຮ່ວມການປະຕິບັດຂະບວນການແຂ່ງຂັນຕ່າງໆຄື:ຂະບວນການ“ແມ່ຍິງນະຄອນຫຼວງ ຮຳ່ຮຽນ, ປະດິດສ້າງ, ສ້າງສາຄອບຄົວວັດທະນະທຳ, ມີຄວາມຜາສຸກ”, ຂະບວນການ “ຕ້ານຢາເສບຕິດໃນຄອບຄົວ”, ຂະບວນການ“ແມ່ຍິງປະກອບສ່ວນກໍ່ສ້າງ ຊົນນະບົດໃໝ່”… ປະກອບສ່ວນປະຕິບັດບັນດາໜ້າທີ່ ທາງດ້ານການເມືອງຂອງ ເມືອງເມລີງ ແລະ ນະຄອນຮ່າໂນ້ຍ. ກ່າວຄຳເຫັນທີ່ການຕ້ອນຮັບ ຄະນະຜູ້ແທນພະນັກງານ, ສະມາຊິກສະມາຄົມແມ່ຍິງດີເດັ່ນຂອງເມືອງເມລີງ, ນະຄອນຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ພັກ, ລັດຍາມໃດກໍມີແຜນນະໂຍບາຍ,ນະໂຍບາຍຕ່າງໆ    ເບິ່ງແຍງດູແລ ເພື່ອຄວາມ ກ້າວໜ້າຂອງແມ່ຍິງແລະຢັ້ງຢືນບົດບາດຂອງ ແມ່ຍິງໃນສັງຄົມ. ທ່ານນາງຮອງປະທານ ປະເທດໃສ່ໃຈວ່າໃນໄລຍະຈະມາເຖິງສະຫະພັນແມ່ຍິງເມືອງເມລີງຄວນສືບຕໍ່ເອົາໃຈໃສ່ເປັນພິເສດ ເຖິງບັນຫາການບຳລູງສ້າງຄົນງານ,ພິເສດແມ່ນໃຫ້ແມ່ຍິງທີ່ທຸກຍາກ,   ຊອກຫາທິດທາງພັດທະນາອາຊີບຕ່າງໆທີ່ເໝາະສົມ, ສ້າງເງື່ອນໃຂແລະ ກາລະໂອກາດເພື່ອໃຫ້ເອອື້ຍນ້ອງພັດທະນາການຜະລິດ,ສ້າງຊີວິດເປັນ ປົກກະຕິ, ປະກອບສ່ວນຫຼາຍກວ່າໃຫ້ສັງຄົມ.
ຂ່າວ/ບົດ​ອື່ນ