ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ-ຫວຽດນາມ

ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ-ຫວຽດນາມ - ảnh 1
ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບ
ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ-ຫວຽດນາມ
(ພາບ: TTXVN)

(vovworld) –​ ​ ​​​​​ຕອນ​ບ່າຍ​ວັນ​ທີ 23/02, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບຝ​ລັ່ງ - ຫວຽດ​ນາມ ໂດຍ​ທ່ານ​ນາງ Catherine Deroche, ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບຝ​ລັ່ງ - ຫວຽດ​ນາມ ນຳ​ໜ້າ. ທ່ານນາງ​ຮອງ​ປະ​ທ​ານ​ປະ​ເທດຖື​ວ່າ, ເລື່ອງ​ລັດ​ຖະ​ບານ​ຝ​ລັ່ງ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື 2 ຝ່າຍ, ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສ​ດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສາ​ທາ​ລະ​ນະ​ສຸກ, ສິ່​ງ​ແວ​ດ​ລ້ອມ​ກັບ​ຫວຽດ​ນາມ; ຖື​ວ່າ ນີ້​ແມ່ນ​ການຢັ້ງ​ຢືນ​ເລື່ອງ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ເປີດກວ້າງ​ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ໃໝ່. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽ​ນ​ທິຢ​ວານ ຖ​ື​ວ່າ, ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຄັ້ງ​ນ​ີ້​ຂອງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບຝ​ລັ່ງ ​ຢູ່ ຫວຽດ​ນາມ ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆຂອງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​​ເຖິງ​ເລື່ອງສະ​ພາ​ສູງ​ຝ​ລັ່ງ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (PCA) ແລະ ຖື​ວ່າ, ຖ້າ​ຫາກ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ ພິ​ຈາ​ລະ​ຈາ​ໃຫ້​ສັດ​ຕະ​ຍາ​ບັນ PCA ໂດຍ​ໄວນັ້ນ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​​ຫະ​ພາບ​ເອີ​ລົບ (EU) ເວົ້າ​ລວ​ກ​ໍ​ຄືລະ​ຫວ​່າງ​ຫວຽດ​ນາມ ແລະ ຝ​ລັ່ງ​ ເວົ້າ​ສະ​ເພາະ ຈະ​ໄດ້​ຮັບ​ການ​ຊູກ​ຍູ້​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ນາງ Catherine Deroche ໃຫ້​ຮູ້​ວ່າ. ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ ມີ​ແຜນ​ການ​ພິ​ຈາ​ລະ​ນາ​​ໃຫ້​ສັດ​ຕະ​ຍາ​ບັນ PCA ໃນ​ຕົ້​ນ​ປີ 2016 ນີ້ໂດຍ​ໄວ. ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ
Catherine Deroche ຢືນ​ຢັນ​ວ່າ, ຝ​ລັ່ງ​ ສະ​ໜັບ​ສະ​ໜູນ​ການ​ແກ​້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ; ເນັ້ນ​ໜັກ​ເລື່ອງ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ປັດ​ໃຈ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອ​ດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິ​ນ ແລະ ການ​ຄ້າ​ສາ​ກົນ.

      ກ່ອນ​ໜ້ານັ້ນ, ຢູ່​​ສຳ​ນັກ​ງານສະ​ພາ​ແຫ່ງ​ຊາດ, ທ່ານ ຟຸ່ງ​ກ໋ວກ​​ຫຽນ, ​ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​​ເງິນ - ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ປະ​ທານ​ກຸ​່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​ມິດ​ຕະ​ພາບຫວຽດ​ນາມ - ຝ​ລັ່ງ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Catherine Deroche. ທີ່​ການ​ຕ້ອນ​ຮັບ, ທ່ານ ຟຸ່ງ​ກ໋ວກ​ຫຽນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ສ້າງ​ກົດ​ໝາຍ…

ຂ່າວ/ບົດ​ອື່ນ