ທ່ານນາງຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມດັ້ງ​ທິ​ຫງ​ອັກ​ທິ້ງຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນອິ​ນເດຍ

(VOVWORLD) -ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານນາງດັ້ງທິຫງອັກທິ້ງຮອງປະທານປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນປະຊາຊົນອິນເດຍນຳໂດຍທ່ານ PallabSengupta, ເລຂາທິການໃຫ່ຍອົງການຈັດຕັ້ງສັນຕິພາບແລະສາມັກຄີອິນເດຍເດີນທາງມາຢ້ຽມຢາມຫວຽດນາມແລະເຂົ້າຮ່ວມງານມະໂຫລານມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ອິນເດຍຄັ້ງທີ 10.
ທ່ານນາງຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມດັ້ງ​ທິ​ຫງ​ອັກ​ທິ້ງຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນອິ​ນເດຍ - ảnh 1ທ່ານນາງດັ້ງທິຫງອັກທິ້ງຮອງປະທານປະເທດຫວຽດນາມ ແລະ ທ່ານ PallabSengupta, ເລຂາທິການໃຫ່ຍອົງການຈັດຕັ້ງສັນຕິພາບແລະສາມັກຄີອິນເດຍ (ພາບ: TTXVN)

ນະທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມໄດ້ຢັ້ງຢືນວ່າ: ອິນເດຍປັດຈຸບັນແມ່ນໜຶ່ງໃນ 10ປະເທດຄູ່ຮ່ວມມືດ້ານການຄ້າໃຫ່ຍທີ່ສຸດຂອງຫວຽດນາມ. ຫວຽດນາມກໍ່ແມ່ນຄູ່ຮ່ວມມືບູລິມະສິດແຖວໜ້າໃນນະໂຍບາຍທາງທິດຕາເວັນອອກຂອງອິນເດຍ. ທ່ານນາງຮອງປະທານປະເທດຫວຽດນາມຖືວ່າໃນເວລາທີ່ຜ່ານມາ, ສອງຝ່າຍກໍ່ໄດ້ມີບາດກ້າວເດີນທີ່ແທດຈິງໂດຍແນໃສ່ເພີ່ມທະວີການພົວພັນຮ່ວມມືດັ່ງກ່າວ ບົນພື້ນຖານທີ່ເຂັ້ມແຂງກໍ່ຄືສະໜັບສະໜູນເຊິ່ງກັນແລະກັນ ທາງດ້ານການເມືອງເພື່ອເປີດກ້ວາງການຮ່ວມໃນຫຼາຍຂົງເຂດໂດຍໄວ.

        ທ່ານPallabSenguptaກໍ່ໄດ້ຢັ້ງຢືນວ່າອິນເດຍຍາມໃດກໍ່ຖືເປັນສຳຄັນການພົວພັນຕໍ່ກັບຫວຽດນາມແລະ ມີຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ຫວຽດນາມ-ອິນເດຍ ຈະສືບຕໍ່ຊຸກຍູ້ບັນດາກິດຈະກຳພົວພັນແລກປ່ຽນປະຊາຊົນໂດຍແນໃສ່ການເພີ່ມທະວີນ້ຳໃຈສາມັກຄີ, ຄວາມສະເໝີພາບ, ຄວາມຍຸດຕິທຳ, ປະກອບສ່ວນສ້າງຄວາມສະດວກໃນການພັດທະນາດ້ານວັດທະນະທຳ-ສັງຄົມ, ການພົວພັນແລກປ່ຽນຂອງປະຊາຊົນຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ