ທ່ານນາງຮອງປະທານປະເທດຫວຽດນາມຫງວຽນທິຢວານເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງແທງຮ໋ວາ

ທ່ານນາງຮອງປະທານປະເທດຫວຽດນາມຫງວຽນທິຢວານເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງແທງຮ໋ວາ - ảnh 1
ແຂວງແທງຮ໋ວາ ໃນປະຈຸບັນ

(vovworld) – ວັນ​ທີ 26/5, ​ແຂວງ​ແທງ​ຮ໋ວາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 9, ​ໄລຍະ 2015 – 2020 ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1. ​ໃນ​ໄລຍະ 5 ປີ 2010 – 2014, ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​​ໂດຍແຂວງ​ແທງ​ຮ໋ວາ ຜັນ​ຂະຫຍາຍ​​ໄດ້ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ມີ​ຫຼາຍ​ຂະ​ບວນການ​ແຂ່ງຂັນ​ມີ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ເລິກ​ເຊີ່ງ, ກ້ວາງ​ຂວາງ ​ແລະ ນຳ​ມາ​​ເຊິ່ງປະສິດ​ທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ຊີວິດ​ການ​ເປັນ​ຢູ່, ປະກອບສ່ວນສ້າງ​ກຳລັງ​ແຮງ​ຊຸກຍູ້​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ແຂວງ​ແທງ​ຮ໋ວາ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ່ງ, ສ້າງ​ບາດກ້າວ​ບຸກທະລຸ​, ຮັບປະກັນ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ