ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໊ອງຢ້ຽມຢາມສະຖານທູດຫວຽດນາມປະຈຳອົດສະຕາລີ

(VOVWORLD) -ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ Canberra
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໊ອງຢ້ຽມຢາມສະຖານທູດຫວຽດນາມປະຈຳອົດສະຕາລີ - ảnh 1 (ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໊ອງ ຢ້ຽມຢາມສະຖານທູດຫວຽດນາມປະຈຳອົດສະຕາລີ)

ຕອນບ່າຍວັນທີ 12 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ Canberra ແລະ ພົບປະກັບຊາວຫວຽດນາມ ອາໄສຢູ່ທີ່ນີ້, ເນື່ອງໃນໂອກາດການໄປຢ້ຽມຢາມອົດສະຕາລີ ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 28 (APPF - 28) ໃນລະຫວ່າງວັນທີ 13 – 16 ມັງກອນ.

          ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ສະແດງຄວາມປາດຖະໜາວ່າ ພໍ່ແມ່ປະຊາຊົນຈະສືບຕໍ່ອະນຸລັກຮັກສາສີສັນທີ່ເປັນມູນເຊື້ອ; ເພີ່ມທະວີຄວາມສະໜິດຕິດພັນປະຊາຄົມ, ຮັກສາການເວົ້າ ແລະ ຂຽນພາສາຫວຽດນາມ. ທ່ານນາງ ຕ່ອງທິຟ໊ອງ ແບ່ງປັນວ່າ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ APPF – 28 ຄັ້ງນີ້ ແມ່ນເພື່ອສະຫຼຸບບັນດາການເຄື່ອນໄຫວຮ່ວມມືໃນໄລຍະ 5 ປີທີ່ຜ່ານມາ ແລະ ກະກຽມແຜນການກະທຳໃຫ້ຊຸມປີຕໍ່ໆໄປ. ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນກໍ່ແມ່ນການຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງບໍ່ຢຸດຢັ້ງລະຫວ່າງຫວຽດນາມ ແລະ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ