ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມແຂວງ ກວາງຫງ້າຍ

ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມແຂວງ ກວາງຫງ້າຍ - ảnh 1
ທ່າ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ
ເຮັດ​ວຽກ​ຢູ່​ແຂວງ​ ກວາງ​ຫງ້າ​ຍ
(ພາບ: baoquangngai.com.vn)


(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 23 – 24/12, ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ເປັນ​ຫົວ​ໜ້າ​ຄະນະ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ ກວາງ​ຫງ້າ​ຍ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກວາງ​ຫງ້າ​ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​​ໃສ່​​ໃຈວ່າ, ​ທາງ​ແຂວງພວມ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ອຸດສາຫະກຳ, ການ​ບໍລິການ​ ​ແຕ່ຕ້ອງ​ເອົາ​ໃຈ​​ໃສ່​ເຖິງ​ການ​ຫຼົບ​ລ້າງ​ຄວາມ​ທຸກ​ຍາກ​ຢູ່​ບັນດາ​ເມືອງ​ທີ່​ທຸກ​ຍາກ​ຂອງ​ແຂວງຢ່າງ​​ໄວ ​ແລະ ໝັ້ນຄົງ​. ​ເນື່ອງ​ໃນ​ໂອກາດ​ໄປ​ປະຕິບັດ​ງານ, ທ່ານ​ນາງ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້ບາງ​ຄອບຄົວ​ນະ​ໂຍບາຍ; ຢ້ຽມ​ຢາມ​ອານຸສອນສະຖານອະດີດ​ນາຍົກລັດຖະມົນຕີ ຟ້າມວັນ​ດົ່ງ; ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້ບັນດາ​ນັກຮົບ​ປ້ອງ​ກັນ​ຊາຍ​ແດນ​ຢູ່​ດ່ານ​ຊາຍ​ແດນ​ຊາ​ກີ.

ຂ່າວ/ບົດ​ອື່ນ