ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງເຮັດວຽກຢູ່ແຂວງ ກຽນຢາງ

ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງເຮັດວຽກຢູ່ແຂວງ ກຽນຢາງ - ảnh 1
( ພາບ: kiengiang.gov.vn )

( vovworld ) -   ຕອນ​ບ່າຍ​ວັນ​ທີ 6/3, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໂດຍ​ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ຫົວ​ນະ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ​ເພື່ອ​ຕິດຕາມ​ກວດກາ​ສະພາບ​ການ​ລົງທຶນ​ຂອງ​ລັດ​ໃນ​ຂົງ​ເຂດ​ພັດທະນາ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ນະ​ທີ່​ນີ້, ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ ກຽນ​ຢາງ ​ໃນ​ວຽກ​ງານ​ຊາບ​ຊຶມ ​ແລະ ຈັ​ດຕັ້ງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ​ໃນ​ຂົງ​ເຂດກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ​ໃຫ້​ຄົບ​ຖ້ວນ. ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ສະ​ເໜີ​ໃຫ້​ແຂວງ ກຽງ​ຢາງ ສືບ​ຕໍ່​ລາຍ​ງານ​​ເຮັດແຈ້ງ​ວິວັດ​​ການ​ລົງທຶນຂອງ​ລັດ​​ໃຫ້​ແກ່ຂົງ​ເຂດກະສິກຳ, ຊາວ​ກະສິກອນ, ຊົນນະບົດ ​ແລະ ຂໍ້​ສະ​ເໜີ​ນະ​ໂຍບາຍ​​ໃໝ່​ທີ່​​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ຂອງ​ແຂວງ ກຽນ​ຢາງ.

ຂ່າວ/ບົດ​ອື່ນ