ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງພົບປະກັບຜູ້ມີສິດເລືອກຕັ້ງແຂວງດັກລັກ

ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງພົບປະກັບຜູ້ມີສິດເລືອກຕັ້ງແຂວງດັກລັກ - ảnh 1
(ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງດັກລັກ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 17 – 18/10, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕ່ອງ​ທິຟ໋ອງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ດັກ​ລັກ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ດັກ​ລັກ​. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້ຂອບ​ອົກ​ຂອບ​ໃຈ​ບັນດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ສຸດຈິດສຸດໃຈຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ທັງ​ຮັບ​ຮູ້​ຄວາມຮັບຜິດຊອບ ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ, ພັກ ​ແລະ ລັດ​ໄດ​​້ສຸມ​ໃສ່​ຊີ້​ນຳນຳພາ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ​ເປັນ​ເອກະ​ພາບ​ສູງ​ໃນ​ປະຊາຊົນ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງ​ສັງຄົມ​​ໃຫ້​ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ສະ​ເໜີ​ໃຫ້​ແຂວງ​ດັກ​ລັກ ສືບ​ຕໍ່​ເສີມ​ຂະຫຍາຍ​ລັກ​ສະລະ​ປະຊາທິປະ​ໄຕ, ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ດັກ​ລັກ ພັດທະນາ​ຢ່າງ​ຮອບດ້ານ, ສ້າງ​ພື້ນຖານ​ເພື່ອ​ໃຫ້​ແຂວງ​ກາຍ​ເປັນ​ໃຈກາງ​ເສດຖະກິດ, ສັງ​ຄົມ​ຂອງ​ເຂດ ​ໄຕ​ງວຽນ ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ