ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງເຊີນລາ

ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງເຊີນລາ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ ລົງ​ກວດກາ​ສະພາບ​ການ​ແກ້​ໄຂ​
ຜົນ​ຮ້າຍ​ຢ່ອນ​ ຫລັງ​ຈາກພະຍຸ Dianmu ​ແຂວງ ​ເຊີນ​ລາ
(ພາບ: baosonla)

(vovworld) - ​ ວັນ​ທີ 01/09 ທ່ານ​ນາງ ຕ່ອງ​ທິຟ໋ອງ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​​ໄດ້ລົງ​ກວດກາ​ສະພາບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກພະຍຸ Dianmu ຢູ່​ຕາ​ແສງ ດົ່ມກາງ, ​ເມືອງ ສົ໋ບກົບ ​ແຂວງ ​ເຊີນ​ລາ. ທ່ານ​ນາງ ຕ່ອງ​ທິຟ໋ອງ ຮັບ​ຮູ້​ຄວາມ​ເປັນ​ເຈົ້າການ ສ​້າງຄວາມ​ເຂັ້ມ​ແຂງ​, ດ້ວຍ​ຕົນ​ເອງ​ຂອງ​ເມືອງ ສ໋ົບກົບ​ ​ຊຶ່ງໄດ້​ຊີ້​ນຳ​ນຳພາ​ປະຊາຊົນ​ສາມັກຄີ​ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ບັນດາ​ຜົນ​ເສຍ​ຫາຍ​ຈາກ​ພະຍຸ Dianmu. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາງ ຕ່ອງ​ທິຟ໋ອງ ​ແລະ ສູນ​ກາງ​ສະພາກາ​ແດງ ຫວຽດນາມ, ຄະນະ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຊີນ​ລາ ​ໄດ້​ມອບ​ຂອງຂວັນ 120 ພູດ​ໃຫ້​ແກ່​ບັນດາ​ຄອບຄົວ​ ​ທີ່​ມີ​ຄຸນງາມຄວາມດີ, ຄອບຄົວ​ທຸກ​ຍາກ ​ແລະ ບັນດາ​ຄອບຄົວ​ຖືກ​ຜົນເສຍ​ຫາຍ​ຢ່າງ​ໜັກໜ່ວງ​ ຍ້ອນພະຍຸ​ຢູ່​ຕາ​ແສງ ດົ່ມກາງ, ຟຸ໋ງ​ແບ໋ງ ​ເມືອງ ສົ໋ບກົບ.

        ກ່ອນ​ໜ້າ​ນັ້ນ ​ໃນ​ຕອນ​ບ່າຍ​ວັນ​ທີ 31/08, ທ່ານ​ນາງ ຕ່ອງ​ທິຟ໋ອງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ລົງ​ກວດກາ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກພະຍຸ Dianmu ຢູ່​ຕາ​ແສງ ​ເມື່ອ​ງຊາຍ​ ​ເມືອງ ຊົງ​ໝ້າ ​ແຂວງ ​ເຊີນ​ລາ.

ຂ່າວ/ບົດ​ອື່ນ