ທ່ານນາງຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດຽນບຽນ

(VOVWORLD) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດຽນບຽນ ຂອງທ່ານນາງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ. 
ທ່ານນາງຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດຽນບຽນ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ປູກຕົ້ນໄມ້ຢູ່ແຂວງ ດຽນບຽນ

ຕອນເຊົ້າວັນທີ 28 ມັງກອນ, ທ່ານນາງ ຕ່ອງທິຟ໋ອງ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສິສົ້ມ/ດີໂອຊິນ ໃນບໍລິເວນເມືອງ ເມືອງຈາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ:

        “ຂ້າພະເຈົ້າສະເໜີ ໃນໄລຍະມໍ່ໆນີ້, ບັນດາອົງການຂັ້ນສູນກາງສືບຕໍ່ເອົາໃຈໃສ່, ຄົ້ນຄວ້າບັນດາຂົງເຂດທີ່ກ່ຽວຂ້ອງເຖິງເສດຖະກິດປ້ອງກັນຊາດຢູ່ເຂດນີ້. ສືບຕໍ່ກວດກາຄືນບັນດານະໂຍບາຍທີ່ໄດ້ລົງທຶນໃຫ້ບັນດາເມືອງຊາຍແດນ ແລະ ບັນດາເຂດພິເສດຄືແນວນີ້, ພິເສດແມ່ນບັນດານະໂຍບາຍການລົງທຶນກ່ຽວກັບພື້ນຖານໂຄງລ່າງ, ເສດຖະກິດ, ເຕັກນິກ; ຂົວທາງ, ໂຮງຮຽນ, ສຸກສາລາ.

ຕອບກັບ

ຂ່າວ/ບົດ​ອື່ນ