ທ່ານນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ​່ອງ​ທິ​ຝ໋ອງພົບ​ປະທ່ານຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ລາວ

(VOVWORLD) -ໃນຂອບເຂດການເຄື່ອນໄຫວທີ່ ກອງປະຊຸມສະມັດຊາໃຫ່ຍສະຫະພັນລັດຖະສະພາໂລກທີ່ Belgrade, ປະເທດເຊີເບຍ, ວັນທີ 14 ຕຸລາ, ທ່ານນາງຕ່ອງທິຝ໋ອງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມໄດ້ມີການພົບປະກັບທ່ານບຸນປອນບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ. 
ທ່ານນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ​່ອງ​ທິ​ຝ໋ອງພົບ​ປະທ່ານຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ລາວ - ảnh 1ທ່ານນາງຕ່ອງທິຝ໋ອງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມແລະທ່ານບຸນປອນບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ 

ທີ່ ການພົບປະ, ທ່ານ ນາງຕ່ອງທິຝ໋ອງໃຫ້ຮູ້ວ່າ: ໃນປີ 2020, ຫວຽດນາມຈະຮັບຕຳແໜ່ງໜ້າທີ່ຮັບຜິດຊອບເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໄລຍະ 2020-2021, ເປັນປະທານອາຊຽນແລະປະທານສະຫະພັນລັດຖະສະພາອາຊຽນ (AIPA) ຄັ້ງທີ 41. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຝ໋ອງມີຄວາມປາດຖະໜາຢາກໃຫ້ ລັດຖະບານແລະສະພາແຫ່ງຊາດລາວໃຫ້ການສະໜັບສະໜູນຫວຽດນາມໃນການປະຕິບັດບົດບາດອັນສຳຄັນນີ້ໃຫ້ສຳເລັດຢ່າງຈົບງາມ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຮັກສາສັນຕິພາບ, ຮ່ວມມືແລະພັດທະນາໃນເຂດພາກພື້ນ ແລະໃນໂລກ. ທ່ານນາງຕ່ອງທິຝ໋ອງສະເໜີໃຫ້ລາວສົມທົບກັນນຳໃຊ້ແຫຼ່ງແມ່ນ້ຳຂອງຢ່າງມີປະສິດທິຜົນແລະ ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດທີ່ເກີດຂຶ້ນ.

        ໃນວັນດຽວກັນ, .ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຝ໋ອງໄດ້ເຂົ້າຮ່ວມການສຳມະນາຂອງກອງປະຊຸມສະມັດຊາໃຫ່ຍສະຫະລັດຖະສະພາໂລກແລະ ເຂົ້າຮ່ວມງານລ້ຽງກັບບັນດາຫົວໜ້າຄະນະທີ່ເຂົ້າຮ່ວມກອງປະຊຸມ IPU -141 ໂດຍການເປັນເຈົ້າພາບຂອງທ່ານປະທານສະພາແຫ່ງຊາດປະເທດເຈົ້າພາບ.

                                        ຫືວບິ່ງ, ນັກຂ່າວ VOV, ຢູ່ເຂດເອລົບຕາເວັນອອກ

ຕອບກັບ

ຂ່າວ/ບົດ​ອື່ນ