ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໊ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ​ເຊີນ​ລາ

(VOVWORLD) -  ວັນທີ 16 ທັນວາ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່່ອງທິຟ໊ອງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ກວາງຮຸຍ, ເມືອງຝູ່ອຽນ, ພາຍຫຼັງກອງປະຊຸມສະໄໝສາມັນສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໊ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ​ເຊີນ​ລາ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກ່າວຄໍາເຫັນທີ່ການການພົບປະ (ພາບ: TTXVN)

        ກ່າວຄໍາເຫັນທີ່ການການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີໃຫ້ທ້ອງຖິ່ນ ເພີ່ມທະວີວຽກງານປ້ອງກັນ, ຕ້ານໄພແຫ້ງແລ້ງຮັບໃຊ້ການຜະລິດຂອງປະຊາຊົນ, ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມໃນໄລຍະຈະມາເຖິງ.

        ແລະກໍໃນວັນດຽວກັນ, ບັນດາສະມາຊິກໃນຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ກຸຍເຮື໊ອງ, ເມືອງໂມກເຈົາ ແລະ ຕາແສງ ກວາງມິງ, ເມືອງ ເວີນໂຮ່. 

ຕອບກັບ

ຂ່າວ/ບົດ​ອື່ນ