ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ - ảnh 1
ບັນ​ດາ​ຜູ້​ແທນ​ຖ່າຍ​ຮູບ​ທີ່​ລະ​ນຶກ

(vovworld) – ​ໃນ​ຂອບ​ເຂດ​ໂຄງການການ​ນຳ​ຄຸ້ມ​ຄອງຂັ້ນສູງ ຫວຽດນາມ ຄັ້ງ​ທີ 5 ຢູ່​ມະຫາວິທະຍາ​ໄລ​ Harvard, ​ວັນ​ທີ 13/4, ຄະນະ​ພະນັກ​ງານ​ຄຸ້ມ​ຄອງ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ນຳ​ໜ້າ ​ເລີ່ມຕົ້ນ​ສັບປະດາ​​ແລກປ່ຽນ​ນະ​ໂຍບາຍ​ກັບ​ບັນດາ​ສາດສະດາຈານ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້​ມະຫາວິທະຍາ​ໄລ Harvard ​ແລະ​ ສາ​ກົນ.

         ທີ່​ການ​ເຮັດ​ວຽກ, ບັນດາ​ສາດສະດາຈານ​ຂອງ​ມະຫາວິທະຍາ​ໄລ Harvard, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ, ນັກທະນາຍຄວາມ, ພ້ອມ​ກັບນັກຮຽນ​ຮູ້​ອັນດັບໜຶ່ງຂອງໂລກ ​ໄດ້​ສຸມໃສ່​ແລກປ່ຽນ, ​ໄຈ້​ແຍກສາຍ​ເຫດ ​ແລະ ຄວາມ​ສ່ຽງ​ສຳລັບ​ວິວັດທະນາ​ການ​ຟື້ນ​ຟູ​ຂອງ​ພື້ນຖານ​ເສດຖະກິດ​ສາກົນ ​ແລະ ພາກ​ພື້ນ; ບັນດາ​ຜົນງານ ​ແລະ ສິ່ງ​ທ້າ​ທາຍ​ໃນການພັດທະນາ​​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ​ຂອງ ຫວຽດນາມ, ພ້ອມ​ທັງ ສະ​ເໜີ​ບັນດາ​ຂໍ້​ສະ​ເໜີ​​ແນະ​ໃຫ້ແກ່ ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປະ​ຕິຮູບ​ດ້ານ​ກົດໝາຍ ​ແລະ ຕຸລາການ. ບັນດາ​ຜູ້​ແທນ​ ຫວຽດນາມ ​​ໄດ້ແລກປ່ຽນ​ເພື່ອ​ເຮັດ​ແຈ້ງໃຫ້​ແຜນ​ນະ​ໂຍບາຍ​ສະ​ເໜີ​ຕົ້ນ​ສະ​ເໜີ​ປາຍ​ຂອງ ຫວຽດນາມ ໃນ​ການ​ຊຸກຍູ້​ການເຕີບໂຕແບບ​ຍືນ​ຍົງ ​ແລະ ຮອບດ້ານ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ພ້ອມ​ທັງ​ ແລກ​ປ່ຽນຢ່າງເລິກເຊິ່ງ, ປືກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ຫັນປ່ຽນ​ໃໝ່, ຕັ້ງໜ້າໃນ​ພື້ນຖານ​ເສດຖະກິດ ຫວຽດນາມ ກໍ່​ຄື​ການ​ປະຕິບັດ​ບັນດາ​ບາດກ້າວບຸກທະລຸ​ຍຸດ​ທະ​ສາດ, ​ໃນ​ນັ້ນ​ມີ​ການ​ປະຕິ​ຮູບລະບອບ, ປັບປຸງ​ນະ​ໂຍບາຍ​ກົດໝາຍ ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ເສດຖະກິດ - ສັງຄົມ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວຢ່າງ​ມີ​ປະສິດ​ທະ​ຜົນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ