ທ່ານ​ນາງຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄປ​ຢ້ຽມ​ຢາມ​ຝ​ລັ່ງ ເພື່ອ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ວັນທີ 8 ພະຈິກ ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ໄດ້ເດີນທາງໄປຍັງ ຝລັ່ງ ໃນການໄປປະຕິບັດງານ ທີ່ແກ່ຍາວມາເປັນເວລາ 5 ວັນ ເພື່ອແນໃສ່ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບໜຶ່ງ 1 ໃນບັນດາສຳພັນທະພິດທີ່ດົນນານທີ່ສຸດຂອງຕົນ ຢູ່ ເອີລົບ.

ໃນເວລາຢູ່ຝລັ່ງ, ທ່ານນາງ Kamala Harris ຈະພົບປະກັບທ່ານປະທານາທິບໍດີ ຝລັ່ງ Emanuel Macron ໃນວັນທີ 10 ພະຈິກ ແລະ ນີ້ໄດ້ຖືວ່າ ແມ່ນຈຸດພົ້ນເດັ່ນຂອງ ການຢ້ຽມຢາມ ຝລັ່ງ ຂອງທ່ານນາງ Kamala Harris. ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ສານຂອງການພົບປະຄັ້ງນີ້ ຈະແມ່ນ ລະດັບຄວາມສຳຄັນຂອງການພົວພັນ ອາເມລິກາ - ຝລັ່ງ ໃນບັນດາບັນຫາສອງຝ່າຍ ແລະ ທົ່ວໂລກ. ນອກຈາກນັ້ນ, ທ່ານນາງ Kamala Harris ກໍ່ໄດ້ໄປຢ້ຽມຢາມສະຖາບັນ Pasteur, ຊຶ່ງແມ່ນສູນຄົ້ນຄ້ວາດ້ານແພດສາດ ຢູ່ນະຄອນຫຼວງ ປາຣີ, ແລະ ພົບປະກັບບັນດານັກວິທະຍາສາດ ອາເມລິກາ ແລະ ຝລັ່ງ ທີ່ພວມສົມທົບກັນໃນຂົງເຂດຄົ້ນຄ້ວາ ກ່ຽວກັບໂຄວິດ - 19 ແລະ ກຽມພ້ອມການຮັບມືກັບບັນດາໂລກລະບາດໃນອະນາຄົດ. ທ່ານນາງ Kamala Harris ກໍ່ມີບົດກ່າວປາໄສຢູ່ພິທີໄຂຂອງ ເວທີປາໄສສັນຕິພາບ ປາຣີ ແລະ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ລີບີໂດຍມີການເຂົ້າຮ່ວມຂອງ ປະມຸກລັດຕ່າງປະເທດຫຼາຍທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ