ທ່ານນາງຮອງປະເທດປະເທດ ຫງວຽນທິຢວານ ຕ້ອນຮັບຜູ້ທີ່ມີຄຸນງາມຄວາມດີແຂວງ ຮ່ານາມ

ທ່ານນາງຮອງປະເທດປະເທດ ຫງວຽນທິຢວານ ຕ້ອນຮັບຜູ້ທີ່ມີຄຸນງາມຄວາມດີແຂວງ ຮ່ານາມ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ)

(vovworld) - ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ທີ່ມີ​ຄຸນງາມຄວາມດີ​ແຂວງ ຮ່ານາມ, ເມື່ອ​ຕອນ​ເຊົ້າ​ວັນ​ທີ 17/07, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້ສະ​​ແດງຄວາມ​ຮູ້ບຸນຄຸນບັນດາ​ຄອບ​ຄົວ​ນັກຮົບເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ທີ່ມີ​ຄຸນງາມຄວາມດີ​ແຂວງ ຮ່າ​ນາມ, ພ້ອມ​ທັງ​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ໃນ​ວຽກ​ງານ​ປະຕິບັດ​ນະ​ໂຍບາຍ​ເບິ່ງ​ແຍງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ເປັນ​ຢ່າງ​ດີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີສືບ​ຕໍ່​ເປັນ​ແບບ​ຢ່າງປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ ​ແລະ ລັດ​ເປັນ​ຢ່າງ​ດີ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເປັນ​ແບບຢ່າງ​ຍົກ​ສູງ​ຈິດ​ໃຈສາມັກຄີ, ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ​ສັງຄົມ​ຂອງ​ແຂວງ ​ແລະ ທົ່ວ​ປະ​ເທດ​ເປັນ​ຢ່າງ​ດີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ສະ​ເໜີ​ວ່າ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ວັນ​ທະຫານ​ເສຍ​ອົງ​ຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07/2013, ​ແຂວງ​ຮ່າ​ນາມ ສືບ​ຕໍ່​ເບິ່ງແຍງ​ຄອບຄົວ​ນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ທີ່​ມີ​ຄຸນງາມ​ຄວາ​ມດີ​ຕໍ່​ການ​ປະຕິວັດ.
ຂ່າວ/ບົດ​ອື່ນ