ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ຈີນ

(VOVWORLD) -ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຈະມີການເດີນທາງໄປປະຕິບັດງານຢູ່ ຈີນ ໃນວັນທີ 25 ກໍລະກົດ. 
ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ຈີນ - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman (ພາບ: Reuters)

ວັນທີ 21 ກໍລະກົດ, ກະຊວງການຕ່າງປະເທດ ອາເມລິກາ ແຈ້ງ ໃຫ້ຊາບວ່າ ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຈະມີການເດີນທາງໄປປະຕິບັດງານຢູ່ ຈີນ ໃນວັນທີ 25 ກໍລະກົດ. ເປັນອັນວ່າ ທ່ານນາງ Sherman ຈະແມ່ນເຈົ້າໜ້າທີ່ຂັ້ນສູງສຸດ ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden  ທີ່ເດີນທາງໄປປະຕິບັດງານຢູ່ ຈີນ ໃນສະພາບການທີ່ການພົວພັນລະຫວ່າງສອງປະເທດຍັງເຄັ່ງຕຶງ ຍ້ອນຫຼາຍບັນຫາ, ໃນນັ້ນ ມີການຂັດແຍ້ງກັນດ້ານການຄ້າ.

        ໃນລາຍການເຮັດວຽກເປັນເວລາ 2 ວັນຢູ່ ນະຄອນ ທຽນຈິນ ຂອງ ຈີນ, ຄາດວ່າ ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຈະພົບປະກັບເຈົ້າໜ້າທີ່ຂັ້ນສູງບາງທ່ານຂອງ ຈີນ, ໃນນັ້ນ ມີທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ່ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການເດີນທາງໄປຍັງປະເທດ ຈີນ ໃນຊຸມວັນຈະມາເຖິງນີ້ ໄດ້ຮັບຖືວ່າ ແມ່ນໂອກາດເພື່ອຕີລາຄາເບິ່ງວ່າ ມາດຕະການທາງການທູດ ຈະນຳມາເຊິ່ງສະຖຽນລະພາບໃຫ້ແກ່ສາຍພົວພັນທີ່ຍັງໄດ້ຮັບຖືວ່າ ມີຜົນສະທ້ອນອັນດັບໜຶ່ງຕໍ່ໂລກນີ້ ຫຼືບໍ?.

        ປັດຈຸບັນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ພວມເດີນທາງໄປຢ້ຽມຢາມ 3 ປະເທດ ອາຊີ ນັ້ນແມ່ນ ຍີ່ປຸ່ນ, ສ.ເກົາຫຼີ ແລະ ມົງໂກນ.

 

ຕອບກັບ

ຂ່າວ/ບົດ​ອື່ນ