ທ່ານນາງເຈືອງທິມາຍເຂົ້າຮ່ວມພິທີມອບລາງວັນ ຫງວຽນວັນລິງ ຄັ້ງທີ 1

(VOVWORLD) -ໃນໄລຍະໃໝ່, ການເຕີບໃຫຍ່ເຂັ້ມແຂງຂອງຊົນຊັ້ນກຳມະກອນແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັບປະກັນຄວາມສຳເລັດຂອງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

ທ່ານນາງເຈືອງທິມາຍເຂົ້າຮ່ວມພິທີມອບລາງວັນ ຫງວຽນວັນລິງ ຄັ້ງທີ 1 - ảnh 1 ພິທີມອບລາງວັນ ຫງວຽນວັນລິງ ຄັ້ງທີ 1

(ພາບ: laodong.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງກຳມະບານຫວຽດນາມ (28 ກໍລະກົດ 1929 – 28 ກໍລະກົດ 2019), ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດພິທີມອບລາງວັນ ຫງວຽນວັນລິງ ຄັ້ງທີ 1 ແລະ ຍ້ອງຍໍຊົມເຊີຍ 90 ປະທານກຳມະບານຮາກຖານດີເດັ່ນຄັ້ງທີ 4. ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ໃນໄລຍະໃໝ່, ການເຕີບໃຫຍ່ເຂັ້ມແຂງຂອງຊົນຊັ້ນກຳມະກອນແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັບປະກັນຄວາມສຳເລັດຂອງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານນາງ ເຈືອງທິມາຍ, ສະເໜີວ່າ.

        “ສືບຕໍ່ຜັນຂະຫຍາຍການຂະຫຍາຍສະມາຊິກກຳມະບານ, ພັດທະນາອົງການຈັດຕັ້ງກຳມະບານຂັ້ນຮາກຖານ ດ້ວຍເປົ້າໝາຍ ວິສາຫະກິດທຸກແຫ່ງມີຜູ້ອອກແຮງງານແຕ່ 25 ຄົນຂຶ້ນໄປ ແມ່ນຕ້ອງມີອົງການຈັດຕັ້ງກຳມະບານ. ມຸ່ງໄປເຖິງເປົ້າໝາຍທີ່ວ່າ ຢູ່ແຫ່ງໃດມີຜູ້ອອກແຮງງານ, ຢູ່ແຫ່ງນັ້ນມີອົງການຈັດຕັ້ງກຳມະບານ, ອົງການຈັດຕັ້ງກຳມະບານຕ້ອງແມ່ນຂົວເຊື່ອມຕໍ່ຢ່າງໝັ້ນຄົງເຂັ້ມແຂງລະຫວ່າງພັກ, ລັດ ກັບຜູ້ອອກແຮງງານ, ບໍ່ປະໃຫ້ຜູ້ອອກແຮງງານຖືກແກ່ດຶງ, ຍຸແຍ່ເຂົ້າຮ່ວມບັນດາການເຄື່ອນໄຫວລະເມີດກົດໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ