ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ຮູ້​ວ່າ ນີ​້​ແມ່ນ​ຈຸດ​ເວ​ລາ​ຕັດ​ສິນ​ຊີ້​ຂາດ​ ຫຼີກ​ລ້ຽງການ​ແຜ່​ລະ​ບາດ​ຂອງ ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນບ່່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 
ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ຮູ້​ວ່າ ນີ​້​ແມ່ນ​ຈຸດ​ເວ​ລາ​ຕັດ​ສິນ​ຊີ້​ຂາດ​ ຫຼີກ​ລ້ຽງການ​ແຜ່​ລະ​ບາດ​ຂອງ ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາຍົກລັດຖະມົນຕ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ຕາມບົດລາຍງານຂອງກະຊວງສາທາລະນະສຸກແລ້ວ, ໄລ່ຮອດ 12 ໂມງ ວັນທີ 16 ມີນາ, ຫວຽດນາມມີຜູ້ຕິດເຊື້ອ Covid – 19 ທັງໝົດ 57 ຄົນ, ໃນນັ້ນ 16 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ໃນໄລຍະເບື້ອງຕົ້ນ. ມີຈຳນວນຜູ້ສຳຜັດ ແລະ ເຂົ້າເມືອງມາຈາກເຂດເກີດໂລກລະບາດ ເກືອບ 43.000 ຄົນ ແມ່ນພວມໄດ້ຮັບການແຍກຕົວຕິດຕາມອາການສຸຂະພາບ, ມີຄົນເຈັບ 41 ຄົນຕິດ Covid – 19 ໄດ້ຮັບການປິ່ນປົວ ໃນນັ້ນມີ ຊາວ ຫວຽດນາມ 24 ຄົນ ແລະ ຊາວຕ່າງປະເທດ 17 ຄົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ລັດຖະບານພວມປະຕິບັດບັນດາມາດຕະການຢ່າງແຮງໃນການປ້ອງກັນ, ຕ້ານໂລກລະບາດ, ບົນຈິດໃຈຈຳກັດບໍ່ປະໃຫ້ມີຜູ້ຕິດເຊື້ອໄວຣັດ Covid – 19 ຫຼາຍເກີນໄປ. ທ່ານກ່າວວ່າ:

ນີ້ແມ່ນຈຸດເວລາທີ່ດີ, ຕັດສິນໃຫ້ພວກເຮົານສະກັດກັ້ນໄວຣັດ corona ນີ້ຢູ່ ຫວຽດນາມ. ເຮັດແນວໃດ ໃນຈຸດເວລາທີ່ດີນີ້ ພວກເຮົາສາມາດປະຕິບັດການສະກັດກັ້ນໃຫ້ຂາດຕົວ, ດັ່ງນັ້ນຕ້ອງມີມາດຕະການທີ່ເຂັ້ມແຂງ, ທີ 2 ພວກເຮົາພະຍາຍາມສະກັດກັ້ນການແຜ່ລະບາດເຖິງຍອດສູງ, ເຮັດແນມໃດຈຳກັດຜູ້ຕິດເຊື້ອໄວຣັດ, ພິເສດແມ່ນຜູ້ຖືກເສຍຊີວິດໃນລະດັບຕ່ຳສຸດ. ນີ້ແມ່ນຄວາມຮັບຜິດຊອບຂອງພວກເຮົາ. ບັນດາຂະແໜງການຂັ້ນຕ່າງໆຕ້ອງພ້ອມກັນປະຕິບັດວຽກງານນີ້. ເຮັດແນວໃດຮັກສາການພັດທະນາເປັນປົກກະຕິ ແລະ ສຸຂະພາບຂອງປະຊາຊົນໄດ້ຮັບການຮັບປະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ