ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດກຳປູເຈຍ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີ  ກະຊວງປ້ອງກັນປະເທດກຳປູເຈຍ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບພົນເອກ Nieng Phat, ລັດຖະມົນຕີ
​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ
ພາບ:baodientuchinhphu.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 22//8 ຢູ່ ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​​ເອກ Nieng Phat, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ທີ່ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່າ​ນນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ຫນັກ​ວ່າ:  ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ, ມິ​ດຕະພາບ, ທີ່​ເປັນມູນ​​ເຊື້​ອອັນ​ດີງາມ ​ແລະ ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ບັນດາ​ຂົງ​ເຂດ​. ທ່ານ​ໄດ້ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ພົນ​ເອກ  Nieng Phat ​ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ສອງ​ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ​​ເວົ້າ​ລວມ ​ແລະ ກອງ​ທັບ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ. ​ເມື່ອຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ກອງທັບ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ສະຫນັບສະຫນູນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ກອງ​ທັບ​ສອງ​ປະ​ເທດ​ຢູ່​ຂັ້ນ​ຕ່າງໆ, ປາດ​ຖະຫນາ​ວ່າ​ສອງ​ຝ່າຍ​ຈະຮ່ວມ​ມື​ກັນຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ບຳລຸງ​ສ້າງພະນັກງານ, ການ​ລາດຕະ​ເວັນ​ຮ່ວມ​ຢູ່​ທະ​ເລ ​ແລະ ຮ່ວມ​ມື​ດ້ານ​ກອງທັບ​ເຮືອ, ສົມທົບ​ຫລັກ​ໝັ້ນ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ເປັນ​ຕົ້ນ​ແມ່ນ ADMM+ ​ເພ່ືອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ຂ່າວ/ບົດ​ອື່ນ