ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢ້ຽມຊົມງານວາງສະແດງຮູບພາບສະແດງຄວາມຮູ້ບຸນຄຸນ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢ້ຽມຊົມງານວາງສະແດງຮູບພາບສະແດງຄວາມຮູ້ບຸນຄຸນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຢ້ຽມຊົມງານ​ວາງສະ​ແດງ​ຮູບ​ພາບ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ
ພາບ:VGP



(vovworld) -  ຕອນ​ເຊົ້າ​ວັນ​ທີ 27/7 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໄປ​ຢ້ຽມຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ ​ໂດຍ​ສະຫະພັນ​ແມ່ຍິງ ຫວຽດນາມ ສົມທົບ​ກັບ​ສະມາຄົມ​ວິຈິ​ດສິນນະຄອນ ​ໂຮ່ຈິ​ມີນ ຈັດ​ຕັ້ງ​ຂຶ້ນ ​ເນ່ືອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 65 ປີ ​ແຫ່ງ​ວັນ​ທະ​ຫານ​ເສຍ​ອົງຄະ ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ. ງານ​ວາງສະ​ແດງ​ຮູບ​ພາບ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ແມ່ນ​ງານ​ວາງສະ​ແດງ​ຄັ້ງ​ທີ 2 ກ່ຽວ​ກັບ​ຮູບ​ແມ່​ຫວຽດນາມ ວິລະ​ຊົນ​ຂອງ​ນັກ​ແຕ້ມ Dang Ai Viet ຊຶ່ງ​​ຖືກ​ຈັດ​ຂຶ້ນ​ຢູ່​ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ. ງານ​ວາງສະ​ແດງ​ຄັ້ງ​ນີ້ ມີ​ຮູບ​ພາບ 300 ​ແຜ່ນ ສະ​ແດງ​ໃຫ້​ເຫັນ​ບັນດາ​ອະນຸສອນ ​ແລະ ​ເລື່ອງ​ລາວ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອ​ນ​ໃຈ​ຂອງ​ນັກ​ແຕ້ມ​ກ່ຽວ​ກັບ​ແມ່​ຫວຽດນາມ​ວິລະ​ຊົນ​ໃນ​ທົ່ວປະ​ເທດ. ພາ​ຍຫລັງ​ງານ​ວາງສະ​ແດງ​ດັ່ງກ່າວ, ນັກ​ແຕ້ມ Dang Ai Viet ຈະ​ມອບຮູບພາບ​ທັງ​ໝົດ​ດັ່ງກ່າວ​ໃຫ້​ແກ່ສະຫະພັນ​ແມ່ຍິງ​ຫວຽດນາມ ​ເພື່ອ​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ.

ຂ່າວ/ບົດ​ອື່ນ