ທ່ານນາຍົກລັດຖະມົນຕີ Shinzo Abe ມີອັດຕາຜູ້ສະໜັບສະໜູນສູງ ກ່່ອນການດໍາເນີີນການເລືອກຕັ້ງປະທານພັກ LDP

(VOVWORLD) -ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພວມມີອັດຕາຜູ້ສະໜັບສະໜູນຫຼາຍທີ່ສຸດໃນຈໍານວນບັນດາຜູ້ສະໝັກເລືອກຕັ້ງຂອງການເລືອກຕັ້ງປະທານພັກເສລີປະຊາທິປະໄຕ (LDP) ກໍາອໍານາດ ເຊິ່ງຄາດວ່າຈະໄດ້ຈັດຂຶ້ນໃນວັນທີ 20 ກັນຍາຈະມາເຖິງ. 

ທ່ານນາຍົກລັດຖະມົນຕີ Shinzo Abe ມີອັດຕາຜູ້ສະໜັບສະໜູນສູງ ກ່່ອນການດໍາເນີີນການເລືອກຕັ້ງປະທານພັກ LDP - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe   ແລະ ທ່ານສະມາຊິກສະພາຕໍ່າ, ອະດີດເລຂານຸການໃຫຍ່ LDP Shigeru Ishiba 

(ພາບ: Kyodo/TTXVN )

ຜົນຂອງການສໍາຫຼວດໄດ້ດໍາເນີນໃນລະຫວ່າງວັນທີ 24 – 26 ສິງຫາ ຂອງໜັງສືພິມ Nikkei ແລະ ໂທລະພາບ ໂຕກຽວ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການເລືອກຕັ້ງປະທານ ພັກ LDP, ເຊິ່ງຜູ້ໄດ້ຮັບອັດຕາສະໜັບສະໜູນຫຼາຍກວ່າໝູ່ 39% ແມ່ນ ທ່ານນາຍົກລັດຖະມົນຕີ Shinzo Abe,  ໃນຂະນະນັ້ນ ຄູ່ແຂ່ງຂອງທ່ານແມ່ນ ສະມາຊິກສະພາຕໍ່າ, ອະດີດເລຂານຸການໃຫຍ່ LDP Shigeru Ishiba  ດ້ວຍ 31% ແລະ ທ່ານລັດຖະມົນຕີກະຊວງພາຍໃນ - ສື່ສານ Seiko Noda ແມ່ນ 4%.

        ຜົນຂອງການສໍາຫຼວດໃຫ້ຮູ້ວ່າ ບັນດານະໂຍບາຍທີ່ປະຊາຊົນຍີ່ປຸ່ນໄດ້ ຄອງຫວັງທີ່ສຸດສໍາລັບ ປະທານ LDP ໃນອາຍຸການຕໍ່ໄປ ແມ່ນ “ເພີ່ມທະວີວຽກງານຮັບປະກັນຄວາມປອດໄພຂອງຊີວິດສັງຄົມ”  ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 46%,  “ຟື້ນຟູເສດຖະກິດ” ແມ່ນ 40%, “ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ” ແມ່ນ 33%.

ຕອບກັບ

ຂ່າວ/ບົດ​ອື່ນ