ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ກາ​ນາ​ດາ ປະ​ກາດ​​​ຄະ​ນະລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) -ຄະນະລັດຖະບານຊຸດນີ້ຂອງທ່ານນາຍົກລັດຖະມົນຕີ Trudeau ມີສະມາຊິກ 39 ທ່ານ, ຫຼາຍກວ່າຊຸດກ່ອນນີ້ 2 ທ່ານ, ດ້ວຍການເພີ່ມເຕີມສະມາຊິກໃໝ່ 9 ທ່ານ ແລະ 3 ທ່ານອອກຈາກຄະນະລັດຖະບານ, ພ້ອມທັງຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ຖືກຕາມຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ກາ​ນາ​ດາ ປະ​ກາດ​​​ຄະ​ນະລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ປະກາດສະມາຊິກຄະນະລັດຖະບານຊຸດໃໝ່ (ພາບ: 

Reuters)

ພາຍຫຼັງການເລືອກຕັ້ງທົ່ວປະເທດຄັ້ງທີ 44  ໄດ້ 5 ອາທິດ, ວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ປະກາດສະມາຊິກຄະນະລັດຖະບານຊຸດໃໝ່. ຄະນະລັດຖະບານຊຸດນີ້ຂອງທ່ານນາຍົກລັດຖະມົນຕີ Trudeau ມີສະມາຊິກ 39 ທ່ານ, ຫຼາຍກວ່າຊຸດກ່ອນນີ້ 2 ທ່ານ, ດ້ວຍການເພີ່ມເຕີມສະມາຊິກໃໝ່ 9 ທ່ານ ແລະ 3 ທ່ານອອກຈາກຄະນະລັດຖະບານ, ພ້ອມທັງຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ຖືກຕາມຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ.

ໜຶ່ງໃນບັນດາການຕັດສິນບຸກຄະລາກອນທີ່ໜ້າສົນໃຈທີ່ສຸດແມ່ນ ທ່ານນາງ Melanie Joly, ເຊິ່ງກ່ອນນີ້ແມ່ນລັດຖະມົນຕີກະຊວງພັດທະນາເສດຖະກິດ, ທັງເປັນຜູ້ນຳພາບັ້ນຫາສຽງເລືອກຕັ້ງຂອງພັກເສລີ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດ ການາດາ.

        ມີລັດຖະມົນຕີພຽງ 10 ທ່ານໃນຄະນະລັດຖະບານເກົ່າຂອງທ່ານນາຍົກລັດຖະມົນຕີ Trudeau ໄດ້ຮັກສາໄວ້ຄືເກົ່າ. ວົງການນັກສັງເກດການຖືວ່າ ຄະນະລັດຖະບານຊຸດໃໝ່ນີ້ຂອງທ່ານນາຍົກລັດຖະມົນຕີ Trudeau ບໍ່ແມ່ນເປັນການດັດປັບແບບເຄິ່ງໆກາງໆ, ແຕ່ເປັນການປະຕິຮູບຄັ້ງໃຫຍ່.     


ຕອບກັບ

ຂ່າວ/ບົດ​ອື່ນ