ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີທັງ 2 ທ່ານ ຈະມີການເຈລະຈາ 2 ຝ່າຍ ເພື່ອປືກສາຫາລືກ່ຽວກັບຫຼາຍຂົງເຂດຮ່ວມມື, ລວມມີ: ການເມືອງ - ຄວາມໝັ້ນຄົງ, ການຄ້າ - ການລົງທຶນ
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet
(ພາບ: ກະຊວງຖະແຫຼງຂ່າວ ກຳປູເຈຍ)

        ວັນທີ 27 ກຸມພາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ເດີນທາງໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Seri Anwar Ibrahim. ຕາມກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລ້ວ, ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີທັງ 2 ທ່ານ ຈະມີການເຈລະຈາ 2 ຝ່າຍ ເພື່ອປືກສາຫາລືກ່ຽວກັບຫຼາຍຂົງເຂດຮ່ວມມື, ລວມມີ: ການເມືອງ - ຄວາມໝັ້ນຄົງ, ການຄ້າ - ການລົງທຶນ, ທ່ອງທ່ຽວ, ແຮງງານ, ການຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ… ເພື່ອຜົນປະໂຫຍດຂອງ 2 ປະເທດ. ນາຍົກລັດຖະມົນຕີ 2 ທ່ານກໍ່ຈະເປັນປະທານພິທີລົງນາມໃນບົດບັນທຶກຊ່ວຍຈຳ 2 ຝ່າຍໃນຂົງເຂດເຕັກໂນໂລຊີການເງິນ ແລະ ລະບົບຊຳລະ.

ຕອບກັບ

ຂ່າວ/ບົດ​ອື່ນ