ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ຂອບ​ໃຈ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 2 ເມສາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ສົ່ງສານຂອບໃຈທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ຂອບ​ໃຈ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຊົນ ກຳປູເຈຍ ລຽນແຖວສັກວັກຊິນກັນພະຍາດໂຄວິດ - 19 (ພາບ:AFP/TTXVN)

 ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ການຊ່ວຍເຫຼືອດັ່ງກ່າວ ແມ່ນລ້ຳຄ່າທີ່ສຸດສຳລັບ ກຳປູເຈຍ ໃນຂະນະທີ່ ກຳປູເຈຍ ພວມຢູ່ໃນໄລຍະໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 3 ໃນຊຸມຊົນ ແລະ ກໍສະແດງໃຫ້ເຫັນນ້ຳໃຈຖານບ້ານໃກ້ເຮືອນຄຽງອັນດີງາມ ຂອງ ຫວຽດນາມ ທີ່ມີຕໍ່ ກຳປູເຈຍ ໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີ Hun Sen ກໍຢັ້ງຢືນວ່າ ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ໄດ້ຮັບການປົກປ້ອງດ້ວຍຄວາມຍຸຕິທຳເໝືອນດັ່ງພົນລະເມືອງຂອງ ກຳປູເຈຍ. ພ້ອມກັນນັ້ນ, ກໍສະແດງຄຳຂອບອົກຂອບໃຈມາຍັງ ລັດຖະບານ ຫວຽດນາມ ທີ່ໄດ້ມີການປະພຶດທີ່ດີກັບປະຊາຄົມ ຊາວ ກຳປູເຈຍ ທີ່ພວມດຳລົງຊີວິດຢູ່ ຫວຽດນາມ ໃນໄລຍະເວລາອັນຫຍຸ້ງຍາກຄືໃນປັດຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ