ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກ່າວເຕືອນ ຈະບໍ່ອະໄພກົນອຸບາຍ ໂຄ່ນລົ້ມລັດຖະບານ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກ່າວເຕືອນ ຈະບໍ່ອະໄພກົນອຸບາຍ ໂຄ່ນລົ້ມລັດຖະບານ - ảnh 1
ທ່ານ​ນາຍ​ົກລັດຖະມົນຕີ​ກຳ​ປູ​ເຈຍ Hun Sen
(ພາບ: AFP)


(vovworld) -     ວັນ​ທີ 18/01, ກ່າວ​ຄຳ​​ເຫັນ​ທີ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ Kratie, ທ່ານ​ນາຍ​ົກລັດຖະມົນຕີ​ກຳ​ປູ​ເຈຍ Hun Sen ຊີ້​ແຈ້​ງວ່າ “ຈະ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ກຸ່ມ​ຄົນ​ ​ຫຼື ບຸກຄົນ​ໃດ​ທີ່​ນຳ​​ໃຊ້​ປະ​ເທດ​ກຳປູ​ເຈຍ ​ເປັນ​ຕົວ​ປະກັນ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດ້ານ​ການ​ເມືອງ”. ທ່ານ​ເນັ້ນ​ໜັກ​ວ່າ ບໍ່​ວ່າການ​ກະທຳ​ໃດໆ​ທີ່​ມີ​ສັນຍານ​ຂອງການ​ໂຄ່ນ​ລົ້ມ ລ້ວນ​ແຕ່​ຂາດ​ຄວາມຮັບຜິດ​ຊອບ ​ແລະ ບໍ່​ສາມາດ​ຮັບ​ຮູ້​ໄດ້. ທ່ານ​ນາຍົກລັດຖະມົນຕີ Hun Sen ກໍ່​ຢືນຢັນ​ວ່າ ມາດ​ຕະການ​ດ້ານ​ການ​ເມືອງ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ການເຈລະຈາ ​ແລະ ຜ່ານ​ສະ​ພາ​ແຫ່ງ​ຊາດ ຫາກ​ບໍ່​ແມ່ນ​ການ​​ແຫ່​ຂະ​ບວນຕາມ​ຖະໜົມ. ກຳປູ​ເຈຍ ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງ​ທີ່​ກ່ຽວ​ຂ້ອງ​ເຖິງ​ໝາກຜົນ​ແຫ່ງການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​​ເມື​່ອ​ເດືອນ 07/2013, ​ເຊິ່ງຕາມ​ນັ້ນ​ແລ້ວ, ພັກ​ປະຊາຊົນ​ກຳ​ປູ​​ເຈຍ (CPP) ກຳ​ອຳນາດ ຍາດ​ໄດ້ 68 ທີ​ນັ່ງ ​ແລະ ພັກ​ກູ້​​ຊາດກຳປູ​ເຈຍ (CNRP) ຍາດ​ໄດ້ 55 ທີ່​ນັ່ງ​​ໃນ​ສະພາ​ແຫ່ງ​ຊາດ. CNRP ​ໄດ້​ກ່າວ​ຫາ​ມີ​ການ​ສໍ້​​ໂກງ ​ແລະ ບໍ່​ຮັບ​ຮູ້​ໝາກຜົນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ, ພ້ອມ​ທັງ​ຄັດຄ້ານ​ສະພາ​ແຫ່ງ​ຊາດ. ພັກ CNRP ​ໄດ້​ຈັດການ​​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Hun Sen ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່.

ຂ່າວ/ບົດ​ອື່ນ