ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ກຳ​ປ​ູ​ເຈຍ ປຶກ​ສາ​ຫາ​ລ​ື​ກັບ​ການ​ນຳ ອາ​ຊຽນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພ​ື້ນ

(VOVWORLD) -ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບວິທີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນໄລຍະຫຼັງໂລກລະບາດໂຄວິດ - 19 ພາຍຫຼັງ 15 ປະເທດ ອາຊີ - ປາຊີຟິກ ໄດ້ລົງນາມໃນ RCEP ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ກຳ​ປ​ູ​ເຈຍ ປຶກ​ສາ​ຫາ​ລ​ື​ກັບ​ການ​ນຳ ອາ​ຊຽນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພ​ື້ນ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen (ພາບ: AFP/TTXVN)

ວັນທີ 17 ມັງກອນ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ, ໃນນັ້ນ, ສຸມໃສ່ໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສະພາບການເມືອງຢູ່ ມຽນມາ.

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບວິທີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນໄລຍະຫຼັງໂລກລະບາດໂຄວິດ - 19 ພາຍຫຼັງ 15 ປະເທດ ອາຊີ - ປາຊີຟິກ ໄດ້ລົງນາມໃນ RCEP ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022. ທ່ານ ເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບ ກຳປູເຈຍ - ປະທານ ອາຊຽນ ປີ 2022 ແລະ ບັນດາປະເທດສະມາຊິກ ອາຊຽນ ເພື່ອປະຕິບັດ RCEP ຢ່າງມີປະສິດທິຜົນ ແນໃສ່ຊຸກຍູ້ການພັດທະນາໃນ ອາຊຽນ. ທ່ານ Lim Jock Hoi ກໍ່ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ, ພິເສດແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ກ່ຽວກັບບັນຫາ ມຽນມາ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມ ມຽນມາ ໃນໃກ້ໆນີ້ຂອງທ່ານ. ການຢ້ຽມຢາມແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ, ໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ທີ່ປະສົບກັບມີຄວາມຫຍຸ້ງຍາກ ແລະ ເປິດຊ່ອງທາງໃຫ້ທູດພິເສດຂອງປະທານ ອາຊຽນ ກ່ຽວກັບ ມຽນມາ ໄດ້ເຂົ້າສຳຜັດກັບບັນດາຝ່າຍທີ່ກ໋ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ