ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ອອກ​ສານດ່ວນ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ກະຊວງການສຶກສາ - ຊາວໜຸ່ມ ແລະ ກິລາ ກຳປູເຈຍ ກໍ່ອອກຂໍ້ຕົກລົງປິດປະຕູທຸກໂຮງຮຽນ ແບະ ສູນຝຶກອົບຮົມຢູ່ເມືອງ Peam Ro, ແຂວງ Prey Veng (ແຂວງຕິດກັບ ຊາຍແດນຫວຽດນາມ) ເພື່ອສະກັດກັ້ນໂລກລະບາດໂຄວິດ - 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ອອກ​ສານດ່ວນ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາຍົກລດຖະມົນຕີ ລາຊະອານາຈັກ ກຳປູເຈຍ Hun Sen (ພາບ: facebook)

ຕອນຄ່ຳຄືນວັນທີ 8 ມີນາ, ທ່ານນາຍົກລດຖະມົນຕີ ລາຊະອານາຈັກ ກຳປູເຈຍ ໄດ້ອອກສານດ່ວນ ເຊິ່ງຮຽກຮ້ອງໃຫ້ທຸກໆອົງການແຫ່ງລັດ ແລະ ເອກະຊົນຢຸດຕິທຸກການເຄື່ອນໄຫວເຕົ້າໂຮມທີ່ບໍ່ຈຳເປັນ ເພື່ອສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງພວມມີການຜັນແປທີ່ນັບມື້ນັບສັບສົນ. ຕາມທ່ານນາຍົກລັດຖະມົນຕີ Hun Sen ແລ້ວ, ພຽງແຕ່ໃນວັນທີ 8 ມີນາ ກຳປູເຈຍ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 49 ຄົນ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຮຽກຮ້ອງໃຫ້ປະຊາຊົນໝົດທຸກຄົນ ບໍ່ຄວນອອກຈາກເຮືອນຖ້າບໍ່ມີວຽກສຳຄັນ ແລະ ຢຸດຕິທຸກການເຄື່ອນໄຫວທີ່ບໍ່ຈຳເປັນ.

ແລະກໍ່ໃນວັນດຽວກັນ, ກະຊວງການສຶກສາ - ຊາວໜຸ່ມ ແລະ ກິລາ ກຳປູເຈຍ ກໍ່ອອກຂໍ້ຕົກລົງປິດປະຕູທຸກໂຮງຮຽນ ແບະ ສູນຝຶກອົບຮົມຢູ່ເມືອງ Peam Ro, ແຂວງ Prey Veng (ແຂວງຕິດກັບ ຊາຍແດນຫວຽດນາມ) ເພື່ອສະກັດກັ້ນໂລກລະບາດໂຄວິດ - 19.

 ວັນໂດ໊, ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ