ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຢ້ຽມຢາມ ເຢຍລະມັນ ຢ່າງເປັນທາງການ

(VOVWORLD) - ຕອນຄ່ຳວັນທີ 08 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ມີການໄປຢ້ຽມຢາມ ເຢຍລະມັນ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນ ຄັ້ງທີ 5.

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຢ້ຽມຢາມ ເຢຍລະມັນ ຢ່າງເປັນທາງການ - ảnh 1 ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລະ ຄູ່ຕຳແໜ່ງທ່ານນາງ Angela Merkel (ພາບ:  fmcoprc.gov.hk)

ການຢ້ຽມຢາມຈະແກ່ຍາວຮອດວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຈະພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank Walter Steinmeier ແລະ ມີການເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ ທ່ານນາງ Angela Merkel. ຄາດວ່າ, ທ່ານ ຫຼີເຄີຊຽນ ແລະ ທ່ານນາງ Angela Merkel ຈະເປັນປະທານຮ່ວມກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ແນໃສ່ວາງແຜນກຳນົດ ແລະ ສົມທົບການຮ່ວມມຮອບດ້ານືລະຫວ່າງ 2 ປະເທດໃນ 5 ປີຈະມາເຖິງ. ການນຳ 2 ທ່ານກໍ່ຈະເຂົ້າຮ່ວມເວທີປາໄສກ່ຽວກັບການຮ່ວມມືເສດຖະກິດ ແລະ ເຕັກໂນໂລຢີ 2 ຝ່າຍ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ