ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ສົມ​ທົບ​ກັນ​ລະ​ຫວ່າງ ການລວມ​​ສູນ ແລະ ແບ່ງ​ຂັ້ນ​ຢ່າງ​ກົມ​ກຽວ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ພາຍໃຕ້ການບໍລິຫານ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດຕັ້ງກອງປະຊຸມສະໄໝສາມັນເດືອນ ສິງຫາ ປີ 2021 ເພື່ອປຶກສາຫາລື ກ່ຽວກັບສະພາບການເສດຖະກິດ ສັງຄົມ ເດືອນສິງຫາ ແລະ 8 ເດືອນຕົ້ນປີ 2021 ແລະ ບັນດາບັນຫາສຳຄັນຕ່າງໆ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ສົມ​ທົບ​ກັນ​ລະ​ຫວ່າງ ການລວມ​​ສູນ ແລະ ແບ່ງ​ຂັ້ນ​ຢ່າງ​ກົມ​ກຽວ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານ ກອງປະຊຸມສະໄໝສາມັນເດືອນ ສິງຫາ ປີ 2021 (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 4, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄຟເງິນເຟີ້ໄດ້ຮັບການຄວບຄຸມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບປະກັນ, ວຽກງານພົວພັນຕ່າງປະເທດ ໄດ້ເພີ່ມຂຶ້ນ. ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ໄດ້ຮັບການສຸມໃສ່ປະຕິບັດ. ຢູ່ 23 ທ້ອງຖິ່ນ ເລື່ອງປະຕິບັດການແຍກຫ່າງສັງຄົມ ແລະ ເພີ່ມມາດຕະການແຍກຫ່າງໃນສັງຄົມ ເພື່ອໃຫ້ບຸລິມະສິດ ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນໜ້າທີ່ແຖວໜ້າ, 40 ທ້ອງຖິ່ນທີ່ຍັງເຫຼືອ ຈະອີງຕາມສະພາບການຕົວຈິງ, ໃຫ້ບຸລິມະສິດ ແກ່ການສົມທົນກັນລະຫ່ວາງການພັດທະນາເສດຖະກິດ ສັງຄົມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຕ້ອງຄວບຄຸມສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມ, ທ່ານມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນເຈົ້າການໃນການສ້າງແຜນການ ພັດທະນາເສດຖະກິດ ໃນເງື່ອນໄຂໃໝ່.

  ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໂດຍພື້ນຖານແລ້ວ, ພາຍຫຼັງທີ່ໄດ້ປະຕິບັດການແຍກຫ່າງສັງຄົມ ແລະ ເພີ່ມທະວີການແຍກຫ່າງສັງຄົມ, ມາຮອດປັດຈຸບັນ ທົ່ວປະເທດຄວບຄຸມໄດ້ສະພາບການໂລກລະບາດຢູ່ທ້ອງຖິ່ນຕ່າງໆທາງພາກໃຕ້ໄດ້ແລ້ວ. ໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງພະຍາຍາມຫຼາຍກວ່າອີກ, ຕັດສິນໃຈຫຼາຍກວ່າອີກ, ສຸມໃສ່ປະຕິບັດໜ້າທີ່, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ຄົບຊຸດ, ມີໄຫວພິບ ແລະ ມີປະສິດທິຜົນກວ່າອີກ. ໃນນັ້ນ ຖືທິດນຳ “ແຕ່ລະຕາແສງ, ແຕ່ລະເທດສະບານເມືອງ ແມ່ນ “ປ້ອມໝັ້ນ”; ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບ; ຖືປະຊາຊົນເປັນໃຈກາງ, ທັງເປັນເຈົ້າຂອງການປ້ອງກັນ, ຕ້ານໂລກລະບາດ”.

ຕອບກັບ

ຂ່າວ/ບົດ​ອື່ນ