ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Fumio Kishida ຈະ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ ທ່ານຈະໄປປະຕິບັດງານຢູ່ເອີຣົບ, ຕາເວັນອອກກາງ ເລີ່ມແຕ່ວັນທີ 11 ກໍລະກົດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Fumio Kishida ຈະ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ຕາ​ເວັນ​ອອກ​ກາງ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ພາບ: TTXVN)

ວັນທີ 27 ມິຖຸນາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ ທ່ານຈະໄປປະຕິບັດງານຢູ່ເອີຣົບ, ຕາເວັນອອກກາງ ເລີ່ມແຕ່ວັນທີ 11 ກໍລະກົດ. ທຳອິດ, ທ່ານຈະໄປຍັງປະເທດ ເລັດເວຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການສົນທິສັນຍາອັດລັງຕິກເໜືອ NATO. ຫຼັງຈາກນັ້ນ, ທ່ານຈະໄປຍັງປະເທດ ແບນຊິກ ເພື່ອເຈລະຈາກັບບັນດາການນຳສະຫະພາບເອີຣົບ. ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍມີແຜນການໄປຢ້ຽມຢາມ ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ ແລະ ກາຕາ ເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ລະຫວ່າງ ຍີ່ປຸນ ກັບບັນດາປະເທດຕາເວັນອອກກາງ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ