ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ຢັ້ງ​ຢືນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຍີ່​ປຸ່ນ - ອາ​ຊຽນ

(VOVWORLD) -    ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ໄດ້ມີບົດກ່າວປາໄສຕໍ່ໜ້າບັນດານັກສຶກສາ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ດ້ວຍຫົວຂໍ້: “ຍີ່ປຸ່ນ ແລະ ອາຊຽນ ພ້ອມກັນສ້າງອະນາຄົດ ຂອງ ມະຫາສະໝຸດອິນເດຍ - ປາຊີຟິກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide   ຢັ້ງ​ຢືນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຍີ່​ປຸ່ນ - ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ຢັ້ງຢືນວ່າ ອາຊຽນ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ມີຄວາມສະເໝີພາບ ແລະ ແມ່ນເພື່ອນມິດຂອງກັນ; ພ້ອມກັນມານະພະຍາຍາມມຸ່ງໄປເຖິງການພັດທະນາ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບມື ແລະ ແກ້ໄຂບັນດາບັນຫາໃໝ່ຢ່າງວ່ອງໄວ ເຊິ່ງແມ່ນສັນຍາລັກຂອງການຮ່ວມມືຄູ່ຮ່ວມມືສະເໝີພາບລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ.

        ຕາມທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ແລ້ວ, ປັດໄຈເຊື່ອມຕໍ່ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ແມ່ນການຫັນເປັນດີຈີຕອນ ແລະ ຄວາມຍືນຍົງຂອງລະບົບສະໜອງ. ທ່ານກໍສະໜັບສະໜູນຢ່າງແຮງຕໍ່ ວິໄສທັດລວມຂອງ ອາຊຽນ ແລະ ເຊື່ອໝັ້ນວ່າ ຍີ່ປຸ່ນ ພ້ອມກັບ ອາຊຽນ ສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນ.

        ໃນຕອນສຸດທ້າຍຂອງບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຢັ້ງຢືນວ່າ ທ່ານຈະສືບຕໍ່ມານະພະຍາຍາມ ແລະ ຍາມໃດກໍເຄົາລົບນ້ຳໃຈເພື່ອນມິດກັບ ອາຊຽນ “ເພື່ອນມິດສະໜິດສະໜົມ ທີ່ບໍ່ມີຫຍັງມາປ່ຽນແປນໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ