ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ

(VOVWORLD) -ການເຈລະຈາສຸດຍອດ ລະຫວ່າງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ອີນເດຍ Narendra Modi ແມ່ນການພົບປະຄັ້ງທຳອິດລະຫວ່າງ ການນຳສອງທ່ານ. 

ວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງເຖິງ New Delhi ໃນການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ ໃນເວລາ 2 ວັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດສອງຝ່າຍຄັ້ງທີ 14. ການເຈລະຈາສຸດຍອດ ລະຫວ່າງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ອີນເດຍ Narendra Modi ແມ່ນການພົບປະຄັ້ງທຳອິດລະຫວ່າງ ການນຳສອງທ່ານ. ຈຸດສຸມການປຶກສາຫາລື ແມ່ນເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອິນເດຍ - ປາຊິຟິກ. ຕາມນັ້ນແລ້ວ, ການນຳສອງທ່ານ ເຫັນດີກ່ຽວກັບການຄັດຄ້ານໂດຍບໍ່ວ່າການກະທຳລຳພັງຝ່າຍດຽວໃດເພື່ອແນໃສ່ເຮັດໃຫ້ພື້ນທີ່ຕົວຈິງຢູ່ ເຂດທະເລ ອິນເດຍ - ປາຊີຟິກປ່ຽນແປງ.

ສຳລັບວິກິດການ ລັດເຊຍ - ຢູແກຼນ, ການນຳສອງທ່ານ ໄດ້ຮຽກຮ້ອງຢຸດຕິການປີນຂັ້ນໄດ, ຕ້ອງມີຄຳໝັ້ນສັນຍາ ບັນດາມາດຕະການເພື່ອຫນູນຊ່ວຍແກ້ໄຂວິກິດການມະນຸດສະທຳຢູ່ປະເທດ ເອີລົບຕາເວັນອອກ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ