ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສະເຫນີ ເພີ່ມທະວີການຮ່ວມມືລະຫວ່າງກຸຸ່ມ 4 ປະເທດ ແລະ ບັນດາປະເທດ ອາຊຽນ

(VOVWORLD) -ບັນດາການນຳ 4 ປະເທດ ເຫັນດີ ເພີ່ມທະວີການຮ່ວມມື ແລະສ້າງຕັ້ງ 3 ຫນ່ວຍປະຕິບັດງານເພື່ອປຶກສາຫາລືບັນດາບັນຫາສຳຄັນ

ທີ່ກອງປະຊຸມສຸດຍອດທາງອອນລາຍ ຂອງ ກຸ່ມ 4 ປະເທດ ລະຫວ່າງ ບັນດາການນຳ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ໃນຕອນຄ່ຳວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Suga Yoshihide ໄດ້ຍົກອອກຂໍ້ສະເຫນີ ເພີ່ມທະວີການຮ່ວມມື ລະຫວ່າງບັນດາປະເທດໃນກຸ່ມ 4 ປະເທດ ແລະບັນດາປະເທດອື່ນ ໃນນັ້ນ ມີ ອາຊຽນ ເພື່ອຫັນພາກພື້ນ ອິນເດຍ ປາຊີຟິກ ເປັນເສລີ ແລະ ເປີດກວ້າງ.

ໃນບົດກ່າວຄຳເຫັນຫລັງກອງປະຊຸມ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  ໃຫ້ຮູ້ວ່າ: ບັນດາການນຳອື່ນໃນກຸ່ມ 4 ປະເທດ ໄດ້ເຫັນດີຕໍ່ຂໍ້ສະເຫນີດັ່ງກ່າວ. ກ່ຽວຂ້ອງເຖິງບັນຫາ ສປປ ເກົາຫລີ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເນັ້ນຫນັກ ລະດັບຄວາມສຳຄັນຂອງເລື່ອງນີ້ ຕ້ອງມີມາດຕະການທັນທີສຳລັບບັນຫາ ສປປ ເກົາຫລີ ກັກຕົວ ພົນລະເມືອງຍີ່ປຸ່ນ ໃນຊຸມປີ 1970 ແລະ 1980. ບັນດາການນຳ 3 ປະເທດຄູ່ຮ່ວມມືໃນກຸ່ມ 4 ປະເທດ ໄດ້ສະເຫນີ ຮ່ວມມືກັບ ຍີ່ປຸ່ນ ໃນບັນຫານີ້.

ກ່ຽວຂ້ອງເຖິງ ເນື້ອໃນກອງປະຊຸມສຸດຍອດກຸ່ມ 4 ປະເທດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດາການນຳ 4 ປະເທດ ເຫັນດີ ເພີ່ມທະວີການຮ່ວມມື ແລະສ້າງຕັ້ງ 3 ຫນ່ວຍປະຕິບັດງານເພື່ອປຶກສາຫາລືບັນດາບັນຫາສຳຄັນ, ໃນນັ້ນມີການຮັບມືກັບໂລກລະບາດໂຄວິດ 19, ຮ່ວມມືກັນຫນູນຊ່ວຍການແຈກຢາຍ ວັກຊີນ ກັນໂຄວິດ 19 ໃຫ້ແກ່ບັນດາປະເທດພວມພັດທະນາ ຢູ່ ພາກພື້ນ ອິນເດຍ ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ