ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຮຽກຮ້ອງໃຫ້ ຈີນ ອົດກັ້ນການກະທຳຂອງຕົນຢູ່ທະເລຕາເວັນອອກ

(VOVWORLD) - ວັນທີ 23 ຕຸລາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເຈລະຈາກັບການນຳບັນດາປະເທດ, ພາກພື້ນ ແລະ ອົງການຈັດຕັ້ງສາກົນ ເນື່ອງໃນໂອກາດເຂົ້າຮ່ວມພິທີຂຶ້ນຄອງລາດຂອງພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຮຽກຮ້ອງໃຫ້ ຈີນ ອົດກັ້ນການກະທຳຂອງຕົນຢູ່ທະເລຕາເວັນອອກ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: AFP/TTXVN)

        ທີ່ການພົບປະເຈລະຈາກັບທ່ານຮອງປະທານປະເທດ ຈີນ ຫວາງສີຊາງ 2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການແນໃສ່ພັດທະນາການພົວພັນລະຫວ່າງ 2 ປະເທດກ່ວາອີກ ເພື່ອປະຕິບັດການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ສຳເລັດ ຄາດວ່າຈະດຳເນີນໃນລະດູບານໃໝ່ປີ 2020. ການນຳ 2 ທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ດ້ານວິຊາການລະຫວ່າງ 2 ຝ່າຍ.

        ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ Abe ກໍ່ຮຽກຮ້ອງໃຫ້ ຈີນ ອົດກັ້ນບັນດາການກະທຳໃນໄລຍະມໍ່ໆມານີ້ຢູ່ເຂດທະເລຕາເວັນອອກ, ທີ່ກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງຢູ່ທະເລຂອງພາກພື້ນ, ກໍ່ຄືເລື່ອງ ກ່ຳປັ່ນ ຈີນ ໄດ້ລ່ວງລະເມີດເຂດທະເລ Senkaku/ຕຽວອີ ພວມມີການຂັດແຍ້ງກັບ ຈີນ ເຊິ່ງ ຍີ່ປຸ່ນ ໄດ້ຢັ້ງຢືນອະທິປະໄຕ. ທ່ານນາຍົກລັດຖະມົນຕີ Abe ກໍ່ປາດຖະໜາວ່າ ບັນຫາ ຮົ່ງກົງ ຈະໄດ້ຮັບການແກ້ໄຂໂດຍສັນຕິວິທີ.

        ແລະກໍ່ໃນວັນດຽວກັນ, ທີ່ບັນດາການພົບປະເຈລະຈາກັບນາຍົກລັດຖະມົນຕີ ເຢຍລະມັນ, ໄທ, ສິງກະໂປ…ທ່ານນາຍົກລັດຖະມົນຕີ Abe ກໍ່ໄດ້ຕີລາຄາສູງຕໍ່ການພົວພັນອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ, ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຊຸກຍູ້ການພົວພັນໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ