ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ພາບ:AFP/TTXVN

ຕອນບ່າຍວັນທີ 18 ຕຸລາ 2020, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Suga Yoshihide ເຊິ່ງດຳເນີນໄປພາຍຫລັງດຳລົງຕຳແໜ່ງເປັນເວລາໜຶ່ງເດືອນ. ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

 ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມ, ເຂັ້ມແຂງ ແລະ ແທດຈິງ ໃນຫລາຍຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ນັບມື້ນັບໄດ້ຮັບການປັບປຸງ, ບັນດາການຢ້ຽມຢາມ, ການພົບປະຂັ້ນສູງດ້ວຍລະດັບສູງສຸດ, ເປັນຕົ້ນແມ່ນຂັ້ນສູງ ໄດ້ຮັບການຮັກສາເປັນປະຈຳ ໂດຍຜ່ານຊ່ອງທາງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ.

ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ແມ່ນໂອກາດເພື່ອຢັ້ງຢືນຕໍ່ປະຊາຄົມໂລກ ກ່ຽວກັບ ຫວຽດນາມ ແຫ່ງຄວາມປອດໄພ, ມີປະສິດທິພົນໃນການຮັບມືກັບໂລກລະບາດໂຄວິດ-19, ພ້ອມທັງ ຖືເປັນສຳຄັນຜົນງານແຫ່ງການປ່ຽນແປງໃໝ່, ການພັດທະນາເສດຖະກິດ, ສັງຄົມ, ຍົກສູງທີ່ຕັ້ງບົດບາດໃນເວທີສາກົນ, ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ, ຕັດສິນໃຈເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ