ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຕ້ອງ​ປະ​ຕິ​ບັດ​ເປົ້າ​ໝາຍ​ສ້າງ​ປະ​ເທດ​ຫວຽດ​ນາມ ຈະ​ເລີນ​ຮຸ່ງ​ເຮືອງ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

(VOVWORLD) -“ການໂອ້ລົມສົນທະນາ 2045” ຈະຖືກຈັດຂຶ້ນເປັນປະຈຳປີກ່ຽວກັບຫຼາຍຫົວເລື່ອງຕ່າງກັນຄື: ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ໂດຍມີການເປັນປະທານຂອງບັນດາການນຳພັກ, ລັດຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຕ້ອງ​ປະ​ຕິ​ບັດ​ເປົ້າ​ໝາຍ​ສ້າງ​ປະ​ເທດ​ຫວຽດ​ນາມ ຈະ​ເລີນ​ຮຸ່ງ​ເຮືອງ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ. - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ກ່າວຄຳເຫັນໄຂກອງປະຊຸມ  (ພາບ:VGP/Quang Hiếu)

    ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ເປັນປະທານ “ການໂອ້ລົມສົນທະນາ 2045” ກັບບັນດາຜູ້ຕາງໜ້າວິສາຫະກິດ, ນັກປັນຍາຊົນດີເດັ່ນ, ຜູ້ຊ່ຽວຊານ… ເພື່ອແນໃສ່ຮັບຟັງສຽງເວົ້າຈາກບັນດານັກປັນຍາຊົນ ແລະ ວິສາຫະກິດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກຊີ້ແຈງວ່າ: ປີ 2045 ແມ່ນຈຸດເວລາສະເຫຼີມສະຫຼອງ 70 ແຫ່ງວັນປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ ແລະ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແນວແນວ່າ: ຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ກ່ຽວກັບປະເທດຫວຽດນາມ ທີ່ສະຫງ່າລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ ຈະປະກົດຜົນເປັນຈິງ

          ຢາກໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ,  ຕ້ອງຖືການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ. ຢາກມີຄວາມສະຫງ່າງລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ, ຕ້ອງມີວິສາຫະກິດທີ່ໃຫ່ຍໂຕເຂັ້ມແຂງ, ມີເຄື່ອງໝາຍການຄ້າທີ່ມີກຳລັງແກ້ງແຍ້ງກັບພາກພື້ນ ແລະ ທົ່ວໂລກໄດ້, ພິເສດແມ່ນຕ້ອງມີແຫຼ່ງກຳລັງມະນຸດທີ່ດີເດັ່ນ ເພື່ອສາມາດຮັບຜິດຊອບບັນດາວຽກງານໃຫ່ຍຂອງປະເທດຊາດໄດ້.

   ທີ່ການໂອ້ລົມສົນທະນາ, ການນຳຫຼາຍກຸ່ມບໍບິສັດ ສະແດງຄວາມເຫັນດີເຫັນພ້ອມກັບເປົ້າໝາຍ ເພື່ອສ້າງປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ຍົກອອກມາ ພ້ອມທັງສະເໜີໃຫ້ລັດຖະບານ ຈົ່ງຍູ້ແຮງການພັດທະນາອຸດສາຫະກຳສຳຮອງ, ສ້າງກຳລັງແກ່ງແຍ້ງໃຫ້ແກ່ລະບົບສະໜອງ, ບຸລິມະສິດການລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ, ເສີມຂະຫຍາຍກຳລັງພາຍໃນ ເພື່ອຮັບກຳລັງພາຍນອກ…

   “ການໂອ້ລົມສົນທະນາ 2045” ຈະຖືກຈັດຂຶ້ນເປັນປະຈຳປີກ່ຽວກັບຫຼາຍຫົວເລື່ອງຕ່າງກັນຄື: ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ໂດຍມີການເປັນປະທານຂອງບັນດາການນຳພັກ, ລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ