ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະຫວາຍ​ທູບທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂ​ວງ ກ໋ວ​າງ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຖະຫວາຍທູບທຽນຢູ່ ອະນຸສາວະລີ ແອງລິງ, ວິຫານບູຊານັກຮົບເສຍຊີວິດເພື່ອຊາດພູເກ໊, ບ່ອນທີ່ມີສິລາຈາລຶກ ຂອງນັກຮົບ 40 ຄົນຂອງ  ກອງຮ້ອຍ 1, ກອງພັນທະຫານພິເສດ 409,  ທະຫານເຂດ 5 ທີ່ໄດ້ເສຍຊີວິດເພື່ອຊາດໃນຄ່ຳວັນທີ 11 ພຶດສະພາ 1969 ຢູ່ພູເກ໊.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະຫວາຍ​ທູບທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂ​ວງ ກ໋ວ​າງ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາບັນດານັບຮົບທີ່ເສຍຊີວິດເພື່ອຊາດ ຢູ່ແຂວງ ກ໋ວາງນາມ (ພາບ: TTXVN)

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 72 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍຊີວິດເພື່ອຊາດ ( 27 ກໍລະກົດ 1947 – 27 ກໍລະກົດ 2019), ວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັບຮົບທີ່ເສຍຊີວິດເພື່ອຊາດ ຢູ່ແຂວງ ກ໋ວາງນາມ.

        ທ່ານນາຍົກລັດຖະມົນຕີໄດ້ຖະຫວາຍທູບທຽນຢູ່ ອະນຸສາວະລີ ແອງລິງ, ວິຫານບູຊານັກຮົບເສຍຊີວິດເພື່ອຊາດພູເກ໊, ບ່ອນທີ່ມີສິລາຈາລຶກ ຂອງນັກຮົບ 40 ຄົນຂອງ  ກອງຮ້ອຍ 1, ກອງພັນທະຫານພິເສດ 409,  ທະຫານເຂດ 5 ທີ່ໄດ້ເສຍຊີວິດເພື່ອຊາດໃນຄ່ຳວັນທີ 11 ພຶດສະພາ 1969 ຢູ່ພູເກ໊.

ຕອບກັບ

ຂ່າວ/ບົດ​ອື່ນ