ທ່ານນາຍົກລັດຖະມົນຕີ ຜູ້ຮັກສາການຊົ່ວຄາວຂອງ ອິດສະຣາແອນ ສະແດງເຈດຕະນາດີສຳລັບ ປາແລດສະຕີນ

(VOVWORLD) -“ອິດສະຣາແອນ ຈັບມືກັບປະຊາຊົນ ຕາເວັນອອກກາງ ໝົດທຸກຄົນ, ໃນນັ້ນ ມີຊາວ ປາແລດສະຕີນ”. ນີ້ແມ່ນຄຳຖະແຫລງຂອງ ທ່ານ Yair Lapid ນາຍົກລັດຖະມົນຕີ ຜູ້ຮັກສາການຊົ່ວຄາວຂອງ ອິດສະຣາແອນ, ທີ່ໄດ້ຍົກອອກມາເມື່ອວັນທີ 2 ກໍລະກົດ ໃນບົດກ່າວປາໄສທຳອິດທາງໂທລະພາບ.

ທ່ານນາຍົກລັດຖະມົນຕີ ຜູ້ຮັກສາການຊົ່ວຄາວຂອງ ອິດສະຣາແອນ ສະແດງເຈດຕະນາດີສຳລັບ ປາແລດສະຕີນ - ảnh 1ທ່ານ Yair Lapid ນາຍົກລັດຖະມົນຕີ ຜູ້ຮັກສາການຊົ່ວຄາວຂອງ ອິດສະຣາແອນ. (ພາບ:VOV)

ທ່ານ Yair Lapid ເນັ້ນຫນັກຢ່າງແຮງວ່າ: ບັນດາປະເທດຕາເວັນອອກກາງ ລວມທັງຊາວ ປາແລດສະຕີນ ຈະຮຽນວິທີດຳລົງຊີວິດຮ່ວມກັນ. ເມື່ອເຕື້ອງເຖິງບາງຂໍ້ຕົກລົງຫັນການພົວພັນເປັນປົກກະຕິກັບ ອິດສະຣາແອນຊື່ງບັນລຸໄດ້ກັບບາງປະເທດ ອາຣັບ, ທ່ານ Yair Lapid ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງຈະບັນລຸຕື່ມອີກບາງສັນຍາຄ້າຍຄືກັນໃນອະນາຄົດ.

ໃນບົດກ່າວປາໄສຂອງຕົນ, ທ່ານ Yair Lapid ກໍ່ໄດ້ເນັ້ນຫນັກວ່າ ອິດສະຣາແອນ ຈະມີມາດຕະການໂຕ້ຕອບແຂງກະດ້າງສຳລັບທຸກໄພນາບຂູ່ ແລະ ຢັ້ງຢືນ ຈະສະກັດກັ້ນ ອິຣານ ກຳມະສິດອາວຸດນິວເຄຼຍ ຫລື ສ້າງຕັ້ງການມີຫນ້າຢູ່ເຂດຊາຍແດນຂອງປະເທດນີ້.

ຄຳຖະແຫລງດັ່ງກ່າວໄດ້ຍົກອອກມາ ພາຍຫລັງ ທ່ານ Yair Lapid ຮັບຕຳແຫນ່ງນາຍົກລັດຖະມົນຕີ ແທນໃຫ້ທ່ານ Naftali Bennett ຜູ້ທີ່ຫາກໍ່ຍຸບເລີກສະພາແຫ່ງຊາດໃນທາມກາງ ວິກິດການດ້ານການເມືອງນາບຂູ່ຈະເຮັດໃຫ້ອິດສະຣາແອນ ຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ