ທ່ານນາຍົກລັດຖະມົນຕີ ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ

(VOVWORLD) - ຕອນບ່າຍວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບການນຳຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ແລະ ການນຳບັນດາອົງການສຳນັກຂ່າວສານຕ່າງໆ. 
ທ່ານນາຍົກລັດຖະມົນຕີ ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ - ảnh 1 ທ່ານນາຍົກລັດຖະມົນຕີ ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ສື່ມວນຊົນ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງໃຫຍ່ຫລວງໃນການໂຄສະນາເຜີຍແຜ່ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລັດ ແລະ ພິເສດແມ່ນການບໍລິຫານຂອງລັດຖະບານ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ: ສື່ມວນຊົນປະຕິວັດຍາມໃດກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນ ແລະ ປາດຖະໜາຢາກສ້າງຄວາມໄວ້ວາງໃຈຫລາຍກ່ວາອີກ ກ່ຽວກັບປະເທດ ຫວຽດນາມ ພັດທະນາດ້ວຍຄວາມໄວສູງກ່ວາ, ໃຫຍ່ ແລະ ເຂັ້ມແຂງກ່ວາ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສື່ມວນຊົນສືບຕໍ່ປະກອບສ່ວນເຂົ້າໃນພາລະກິດອັນໃຫຍ່ຫລວງນີ້, ກ່ອນອື່ນໝົດ ແມ່ນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2018, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຢ່າງປະສົບຜົນສຳເລັດອັນຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ