ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກັບມາ​ຮອດ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ງານ​ຢູ່ ອາ​ເມ​ລິ​ກາ

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາສະໄໝພິເສດ, ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສປຊ ຢ່າງຈົບງາມ.
ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກັບມາ​ຮອດ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ງານ​ຢູ່ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden 

ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ໄດ້ປະສົບຜົນສຳເລັດຫຼາຍດ້ານ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ອາເມລິກາ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສປຊ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາເລິກເຊິ່ງຂຶ້ນຕື່ມ, ຢັ້ງຢືນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຫວຽດນາມ ຢູ່ເວທີສາກົນ.

        ໃນການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປເຮັດວຽກຢູ່ 4 ນະຄອນແມ່ນ Washington D,C, Boston, New York ແລະ San Francisco ດ້ວຍກ່ວາ 50 ການເຄື່ອນໄຫວ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ບັນດາວາລະປະຊຸມຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາສະໄໝພິເສດ, ພົບປະກັບການນຳບາງປະເທດ ອາຊຽນໃນ ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ຄື: ນາຍົກລັດຖະມົນຕີລາວ, ກຳປູເຈຍ, ສິງກະໂປ, ທ່ານປະທານາທິບໍດີ ອິນໂດເນເຊຍ.

        ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບການນຳຂອງ ສປຊຄື: ຮອງເລຂາທິການໃຫຍ່ ສປຊ, ຜູ້ອຳນວຍການຝ່າຍບໍລິຫານກອງທຶນເພື່ອເດັກ ສປຊ (UNICEF), ປະທານສະມັດຊາໃຫຍ່ ສປຊ, ຜູ້ອຳນວຍການໃຫຍ່ ໂຄງການພັດທະນາ ສປຊ (UNDP).

        ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ມີການພົບປະກັບເຈົ້າໜ້າທີ່ແຖວໜ້າຂອງ ລັດຖະບານ ອາເມລິກາ ແລະ ການນຳບາງນະຄອນຂອງ ອາເມລິກາ.

        ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ