ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ບາງ​ໂຄງ​ການ​ຈຸດ​ສຸມ​ເຂດ​ເສດ​ຖະ​ກິດ ງີ​ເຊີນ, ແທັງ​ຮ໊​ວາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານ ກູເວດ ແລະ ຍີ່ປຸ່ນ ທີ່ໄດ້ລົງທຶນເຂົ້າໂຄງການກັ່ນນ້ຳມັນ ງີເຊີນ, ປະກອບສ່ວນເຂົ້າໃນການຮັບປະກັນແຫຼ່ງສະໜອງນ້ຳມັນໃຫ້ແກ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ບາງ​ໂຄງ​ການ​ຈຸດ​ສຸມ​ເຂດ​ເສດ​ຖະ​ກິດ ງີ​ເຊີນ, ແທັງ​ຮ໊​ວາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຢ້ຽມຊົມໂຮງງານກັ່ນນ້ຳມັນ ງີເຊີນ (ພາບ: VOV)

ຕອນເຊົ້າວັນທີ 11 ພະຈິກ, ຢູ່ແຂວງ ແທັງຮ໊ວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ກວດກາສະພາບການປະຕິບັດບາງໂຄງການຈຸດສຸມ ຢູ່ເຂດເສດຖະກິດ ງີເຊີນ (ແທັງຮ໊ວາ) ແລະ ມອບຂອງຂວັນໃຫ້ແກ່ກຳມະກອນເຂດເສດຖະກິດ, ລວມມີ: ໂຮງງານກັ່ນນ້ຳມັນ ງີເຊີນ, ທ່າກຳປັ່ນງີເຊີນ, ໂຮງງານຜະລິດຫຼັກກ້າ ງີເຊີນ.

ກ່າວຄຳເຫັນທີ່ໂຮງງານກັ່ນນ້ຳມັນງີເຊີນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານ ກູເວດ ແລະ ຍີ່ປຸ່ນ ທີ່ໄດ້ລົງທຶນເຂົ້າໂຄງການກັ່ນນ້ຳມັນ ງີເຊີນ, ປະກອບສ່ວນເຂົ້າໃນການຮັບປະກັນແຫຼ່ງສະໜອງນ້ຳມັນໃຫ້ແກ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ ນີ້ແມ່ນບໍລິສັດ ປະສົມໃຫຍ່ທີ່ສຸດໃນປັດຈຸບັນ ແລະ ສະເໜີ ຄະນະການນຳບໍລິສັດກັ່ນນ້ຳມັນ ງີເຊີນ ຊີ້ນຳບັນດາໜ່ວຍງານຈັດຕັ້ງປະຕິບັດການເຄື່ອນໄຫວໂຮງງານ ໃຫ້ມີຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມຢ່າງເດັດຂາດ; ການຜະລິດ, ສະໜອງແຫຼ່ງນ້ຳມັນຢ່າງພຽງພໍເພື່ອຮັບໃຊ້ໃຫ້ແກ່ຕະຫຼາດພາຍໃນປະເທດ, ພິເສດແມ່ນໃນຊຸມເດືອນທ້າຍປີ ເມື່ອຄວາມຕ້ອງການເພີ່ມຂຶ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ