ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຄວາມ​ໄວ​ສູງ ເຈົາ​ດົກ - ເກິ່ນ​ເທີ - ຊອກ​ຈັງ

(VOVWORLD) -  ຕອນເຊົ້າວັນທີ 13 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາສະພາບການຜັນຂະຫຍາຍກໍ່ສ້າງເສັ້ນທາງຄວາມໄວສູງ ເຈົາດົກ - ເກິ່ນເທີ - ຊອກຈັງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຄວາມ​ໄວ​ສູງ ເຈົາ​ດົກ - ເກິ່ນ​ເທີ - ຊອກ​ຈັງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາສະພາບການຜັນຂະຫຍາຍເສັ້ນທາງຄວາມໄວສູງ ເຈົາດົກ - ເກິ່ນເທີ - ຊອກຈັງ (ພາບ: VOV)

ໂຄງການເສັ້ນທາງຄວາມໄວສູງ ເຈົາດົກ - ເກິ່ນເທີ - ຊອກຈັງ ໂດຍສະພາແຫ່ງຊາດຊຸດທີ XV ຮັບຮອງເອົາແຜນນະໂຍບາຍ ລົງທຶນແຕ່ເດືອນມິຖຸນາ ປີ 2022, ມີລວງຍາວ 188,2 ກີໂລແມັດ, ຂອບຂະໜາດໄດ້ແບ່ງປັນ 4ເສັ້ນທາງ; ຄວາມຄືບໜ້າຂອງໂຄງການຈະປະຕິບັດສຳເລັດໂດຍພື້ນຖານໃນປີ 2026 ແລະ ນຳເຂົ້າເຄື່ອນໄຫວໃນປີ 2027.

ທີ່ການກວດກາສະພາບການຜັນຂະຫຍາຍໂຄງການຢູ່ເມືອງວິງແທກ, ເກິ່ນເທີ ແລະ ເມືອງຝຸ້ງຮຽບ, ເຮົ້າຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຂອງຂວັນໃຫ້ກຳລັງໃຈບັນດາຫົວໜ່ວຍລົງມືກໍ່ສ້າງ, ພ້ອມທັງສະເໜີອຳນາດການປົກຄອງທ້ອງຖິ່ນຕ້ອງລະດົມທົ່ວລະບົບການເມືອງ, ປະຊາຊົນເຂົ້າຮ່ວມ, ພ້ອມກັບສ້າງຂະບວນການແຂ່ງຂັນໃນສະຖານທີ່ກໍ່ສ້າງ. ບັນດາວິສາຫະກິດ, ນັກລົງທຶນບັນດາເສັ້ນທາງຄວາມໄວສູງຢູ່ທ້ອງຖິ່ນ ທັງເຮັດທັງໜູນຊ່ວຍວິສາຫະກິດທ້ອງຖິ່ນ, ເພື່ອໃຫ້ວິສາຫະກິດທ້ອງຖິ່ນເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ, ເປັນເຈົ້າການເຂົ້າຮ່ວມບັນດາກິດຈະກຳໃຫຍ່ຢູ່ທ້ອງຖິ່ນຕາມຈິດໃຈສ້າງວຽກເຮັດງານທຳ, ທຳມາຫາກິນໃຫ້ແກ່ປະຊາຊົນ, ໜູນຊ່ວຍປະຊາຊົນກໍ່ສ້າງລະບົບຫົດນ້ຳ ແລະ ລະບາຍອອກ, ຕ້ານການເຊາະເຈື່ອນ, ລະບົບຖະໜົນຫົນທາງຄົມມະນາຄົມ, ກໍ່ສ້າງຖະໜົນໃນໝູ່ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ