ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງທົດລອງຕອນ ໂຫຍນ - ສະຖານີລົດໄຟ ຮ່າໂນ້ຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເຈົ້າຂອງລົງທຶນ, ຄະນະຄຸ້ມຄອງໂຄງການຕ້ອງກະຕຸກຊຸກຍູ້, ກວດກາເປັນປະຈຳ, ນະຄອນຫຼວງ ຮ່າໂນ້ຍ ກໍ່ຄວນເອົາໃຈໃສ່ເຖິງໂຄງການນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງທົດລອງຕອນ ໂຫຍນ - ສະຖານີລົດໄຟ ຮ່າໂນ້ຍ - ảnh 1ການເຮັດວຽກໃນວັນທີ 7 ສິງຫາ

ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາ, ສຳຫຼວດຕົວຈິງຢູ່ສະຖານີລົດໄຟ S9 - ກິມໝ້າ, ສະຖານີລົດໄຟ S8- ເກົ່າໄຢ ແລະ Depot ໂຫຍນ. ເສັ້ນທາງລົດໄຟນີ້ມີຄວາມຍາວ 12,5 ກມ, ລວມມີ 12 ສະຖານີ. ດ້ວຍຍອດມູນຄ່າການລົງທຶນຂອງໂຄງການແມ່ນເກືອບ 33.000 ຕື້ດົ່ງ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: ນີ້ແມ່ນໂຄງການລົງທຶນມີຂອບຂະໜາດໃຫຍ່, ເຕັກໂນໂລຊີເຕັກນິກໃໝ່ທີ່ສັບສົນ, ໄລຍະດຳເນີນປະຕິບັດໂຄງການແມ່ນແຕ່ປີ 2009 – 2022. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ຄວາມຄືບໜ້າຂອງໂຄງການພວມຖືກຊັກຊ້າ: ຄວາມຄືບໜ້າສັງລວມຂອງໂຄງການບັນລຸພຽງປະມານ 75% ເທົ່ານັ້ນ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເຈົ້າຂອງລົງທຶນ, ຄະນະຄຸ້ມຄອງໂຄງການຕ້ອງກະຕຸກຊຸກຍູ້, ກວດກາເປັນປະຈຳ, ນະຄອນຫຼວງ ຮ່າໂນ້ຍ ກໍ່ຄວນເອົາໃຈໃສ່ເຖິງໂຄງການນີ້.

ພາຍຫຼັງທີ່ລົງກວດກາ, ສຳຫຼວດຕົວຈິງໂຄງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກໂດຍກົງກັບນະຄອນຫຼວງ ຮ່າໂນ້ຍ, ບັນດາກະຊວງ, ຂະແໜງການ, ນັກລົງທຶນ, ຜູ້ຮັບເໝົາໂຄງການເສັ້ນທາງລົດໄຟເຂດຕົວເມືອງທົດລອງຕອນ ໂຫຍນ - ສະຖານີລົດໄຟ ຮ່າໂນ້ຍ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງກ່ຽວຂ້ອງເຖິງໂຄງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ