ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ກະທຳພ້ອມກັບ ຫວຽດນາມ ເພື່ອໂລກນັບມື້ນັບດີງາມກ່ວາ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນແນວທາງການພັດທະນາປະເທດຊາດ, ຫວຽດນາມ ອີງໃສ່ 3 ເສົາຄ້ຳແມ່ນການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ກະທຳພ້ອມກັບ ຫວຽດນາມ ເພື່ອໂລກນັບມື້ນັບດີງາມກ່ວາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການພົບປະ
(ພາບ:Dương Giang/TTXVN)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະສ້າງສັນ, ງານລ້ຽງຜູ້ຕາງໜ້າບັນດານັກອຸປະຖຳ, ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ຢູ່ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນແນວທາງການພັດທະນາປະເທດຊາດ, ຫວຽດນາມ ອີງໃສ່ 3 ເສົາຄ້ຳແມ່ນການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ. ໃນຕະຫຼອດວິວັດການນີ້, ຫວຽດນາມ ບໍ່ເອົາຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ ເພື່ອແລກການເຕີບໂຕເສດຖະກິດ; ຍາມໃດກໍ່ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ກຳລັງໜູນ, ກຳລັງແຮງຂອງການພັດທະນາ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ເພື່ອນມິດສາກົນພ້ອມກັບ ຫວຽດນາມ ສາມັກຄີ, ກະທຳ ເພື່ອໃຫ້ແຕ່ລະຄົນລ້ວນແຕ່ຮັ່ງມີກ່ວາ, ປະຊາຊົນມີຄວາມຜາສຸກກ່ວາ; ດ້ວຍນ້ຳໃຈ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”, “ໄຊຊະນະຂອງພວກເພື່ອນແມ່ນໄຊຊະນະຂອງ ຫວຽດນາມ”.

        ສ່ວນສຳລັບຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ນັກອຸປະຖຳ, ນັກລົງທຶນຕ່າງປະເທດ ຊົມເຊີບແນວທາງ, ຍຸດທະສາດແຫ່ງການພັດທະນາປະເທດຊາດຂອງ ຫວຽດນາມ, ພິເສດແມ່ນເປົ້າໝາຍພັດທະນາສີຂຽວ, ຍືນຍົງ, ເອົາໃຈໃສ່ບັນດາບັນຫາໜູນຊ່ວຍສັງຄົມ, ສະວັດດີການສັງຄົມ, ສິ່ງແວດລ້ອມ, ປະຕິບັດການຫລຸດອາຍພິດລົງລະດັບ 0 ໃນປີ 2050...; ກຽມພ້ອມໜູນຊ່ວຍ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ປະຕິບັດເປົ້າໝາຍຮອດປີ 2030 ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບສະເລ່ຍສູງ, ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ