ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ຫວຽດ​ນາມ - ຈີນ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

(VOVWORLD) - ທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການລະຫວ່າງສອງປະເທດ ເປັນຕົ້ນແມ່ນອົງການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຕາມການກຳນົດທິດ, ການຊີ້ນຳຂອງການນຳສອງປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ຫວຽດ​ນາມ - ຈີນ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຈ້າງກົ້ວຈິງ (ພາບ: VGP)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ, ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຈ້າງກົ້ວຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ “ການຮ່ວມມື ຫວຽດນາມ - ຈີນ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດຄົມມະນາຄົມ ແລະ ບົດບາດຂອງບັນດາວິສາຫະກິດ ຫວຽດນາມ - ຈີນ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ຫວຽດນາມ - ຈີນມີຄວາມໝາຍສຳຄັນພິເສດ, ສ້າງຄວາມສະດວກໃນການພົບປະແລກປ່ຽນປະຊາຊົນ, ສິນຄ້າ, ເຊື່ອມຕໍ່ເຂດ ແລະ ສາກົນ; ຈີນອາດສາມາດຜ່ານ ຫວຽດນາມ ເຂົ້າໄປຍັງ ອາຊຽນ, ຫວຽດນາມ ຜ່ານຈີນເຂົ້າໄປຍັງບັນດາປະເທດຢູ່ພາກກາງອາຊີ ແລະ ເອີລົບຕາເວັນອອກ.

ແລະກໍໃນການຕ້ອນຮັບທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ຝ່າຍຈີນ ສຸມໃສ່ໜູນຊ່ວຍຫວຽດນາມ ໃນຂົງເຂດທາງລົດໄຟລວມມີ: ຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ແຫຼ່ງເງິນລົງທຶນບຸລິມະສິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສອງຝ່າຍພ້ອມກັນຖອດຖອນບົດຮຽນຈາກບັນດາໂຄງການທີ່ມີຢູ່ແລ້ວໃນເມື່ອກ່ອນ ເພື່ອດັດປັບ, ເຮັດໃຫ້ດີກ່ວາໃນບັນດາແຜນການ, ໂຄງການຮ່ວມມືໃນໄລຍະຈະມາເຖິງ.

ສ່ວນທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການລະຫວ່າງສອງປະເທດ ເປັນຕົ້ນແມ່ນອົງການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຕາມການກຳນົດທິດ, ການຊີ້ນຳຂອງການນຳສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ